ວັນທີ 23 ກຸມພາ, ຍີ່ປຸ່ນ ແລະຈີເລ ໄດ້ເຫັນດີເປັນເອກະພາບຮ່ວມມືຢ່າງແໜ້ນແຟ້ນເພື່ອສັນຍາຄູ່ຮ່ວມມືກ້າວໜ້າ ແລະຮອບດ້ານຂ້າມປາຊີຟິກ (CPTPP) ມີຜົນສັກສິດໃນໄລຍະໄວທີ່ສຸດທີ່ສາມາດເປັນໄປໄດ້ພາຍຫຼັງລົງນາມຢ່າງເປັນທາງການໃນເດືອນໜ້າ. ໃນການພົບປະຢູ່ນະຄອນຫຼວງ ໂຕກຽວ, ທ່ານ Toshimitsu Motegi  ລັດຖະມົນຕີຮັບຜິດຊອບເຈລະຈາກ່ຽວກັບ CPTPP ຂອງຍີ່ປຸ່ນ ແລະທ່ານ Heraldo Munoz  ລັດຖະມົນຕີການຕ່າງປະເທດຈີເລ ໄດ້ເຫັນດີເປັນເອກະພາບກ່ຽວກັບການຮ່ວມມືລະຫວ່າງສອງປະເທດ. ຄາດຄະເນວ່າ, 11 ປະເທດສະມາຊິກຈະເຂົ້າຮ່ວມພິທີລົງນາມໃນສັນຍາ CPTPP ໃນວັນທີ 8 ມີນາ ຈະມາເຖິງຢູ່ ຈີເລ. ບັນດາປະເທດປາຖະໜາວ່າຂໍ້ຕົກລົງນີ້ຈະມີຜົນສັກສິດໃນເຄິ່ງຕົ້ນປີຈະມາເຖິງໃນທັນທີ.

leftcenterrightdel
          ທ່ານ Heraldo Munoz  ລັດຖະມົນຕີການຕ່າງປະເທດຈີເລ. ພາບ: eldinamo.cl

11 ປະເທດເຂົ້າຮ່ວມ CPTPP ໄດ້ສໍາເລັດສະບັດປັງປຸງຂອງສັນຍານີ້ໃນເດືອນ ມັງກອນ ຜ່ານມາພາຍຫຼັງທີ່ທ່ານປະທານາທິບໍດີ Donald Trump ຖອນອາເມລິກາ ອອກຈາກຂໍ້ຕົກລົງເພື່ອປົກປັກຮັກສາວຽກເຮັດງານທໍາພາຍໃນປະເທດ. ເຖິງຢ່າງໃດກໍ່ຕາມ, ຫວ່າງແລ້ວນີ້, ທ່ານປະທານາທິບໍດີ Donald Trump ໄດ້ເວົ້ົ້າກ່ຽວກັບຄວາມອາດສາມາດກັບຄືນຖ້າຫາກ Washington ບັນລຸໄດ້ຂໍ້ຕົກລົງທີ່ດີກວ່າ.

 

ແປໂດຍ: ຈາງຫງວຽນ