leftcenterrightdel
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນໃນວັນທີ 21 ກຸມພາ, ທີ່ການປຶກສາຫາລືຂັ້ນລັດຖະມົນຕີສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບບັນດາຈຸດປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເນັ້ນໜັກວ່າ, ປະຊາຄົມສາກົນພວມສະຫງວນເວລາ ແລະແຫຼ່ງກຳລັງຢ່າງຫຼວງຫຼາຍ ເພື່ອຮັບມືກັບບັນດາວິກິດການຫຼາຍກວ່າການສະກັດກັ້ນມັນ. ຕາມທ່ານແລ້ວ, ຄວນປັບປຸງຄວາມດຸ່ນດ່ຽງວິທີການສຳພັດສຳລັບສັນຕິພາບ ແລະຄວາມໝັ້ນຄົງສາກົນ. ພ້ອມກັນນັ້ນ, ທ່ານກໍ່ເນັ້ນໜັກເຖິງຄວາມຈຳເປັນທີ່ຕ້ອງຊ່ວຍເຫຼືອບັນດາປະເທດທີ່ສະກັດກັ້ນຄວາມສ່ຽງຈະເກີດວິກິດການກໍຄືຄວາມສຳຄັນຂອງເລື່ອງຮັກສາຄຳໝັ້ນສັນຍາຢ່າງຄົບຖ້ວນຕໍ່ກັບບັນດາສິດຂອງມະນຸດ ແລະການເຂົ້າຮ່ວມຂອງແມ່ຍິງໃນບັນດາຄວາມມານະພະຍາຍາມແຫ່ງການສ້າງສັນ ແລະປົກປັກຮັກສາສັນຕິພາບ.

ແຫຼ່ງຄັດຈາກ VOVWORLD.VN