ດ້ວຍຫົວຂໍ້ມຸ່ງໄປເຖິງບັນຍາກາດອົບອຸ່ນໃນຄອບຄົວ, ເຫດການໄດ້ດຶງດູດການເຂົ້າຮ່ວມຂອງນັບຮ້ອຍຄອບຄົວອາໄສຢູ່ນະຄອນຫຼວງວໍຊິຕັນ ຂອງອາເມລິກາ.

ທີ່ເຫດການ, ບັນດາເດັກນ້ອຍ ພ້ອມກັບພໍ່ແມ່ກໍໄດ້ເຂົ້າຮ່ວມການລະຫຼີ້ນພື້ນເມືອງທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງອາຊີຕາເວັນອອກ. ສຳລັບພໍ່ແມ່ຂອງພວກເດັກນ້ອຍແລ້ວ, ເຫດການນີ້ບໍ່ພຽງແຕ່ແມ່ນວິທີເພື່ອໃຫ້ເຂົາເຈົ້າພາລູກເຕົ້າຂອງຕົນມາເຂົ້າຮ່ວມບັນຍາກາດບຸນປີໃໝ່ຂອງຊາວອາຊີຕາເວັນອອກເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອໃຫ້ທັງຄອບຄົວພ້ອມກັນມີຄວາມເບີກບານມ່ວນຊື່ນນຳກັນອີກດ້ວຍ.

ແຫຼ່ງຄັດຈາກ vovworld.vn