ຕອນຄ່ຳວັນທີ 9 ກຸມພາ, ງານມະຫາກຳກິລາລະດູໜາວ Pyeong Chang ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການທີ່ສະໜາມກິລາ Olympic Pyeong Chang ຢູ່ນະຄອນ Pyeong Chang (ສ.ເກົາຫຼີ) ດ້ວຍພິທີໄຂທີ່ມີຫົວຂໍ້ວ່າ ສັນຕິພາບ ແລະ ອະນາຄົດ. ທົ່ວສະໜາມກິລາ Pyeong Chang ໄດ້ແຈ້ງສະຫວ່າງຂຶ້ນໃນທ່າມກາງດ້ວຍພິທີໄຂຟົດຟື້ນ, ເຂັ້ມຂຸ້ນໄປດ້ວຍສີສັນທັນສະໄໝ. ພິທີໄຂໄດ້ຈັດຕັ້ງຂຶ້ນຢູ່ສະໜາມກິລາສາມາດບັນລຸ 35.000 ທີ່ນັ່ງ, ຊີ້ແຈ້ງບັນດາທະສະນະທີ່ເປັນມູນເຊື້ອ ແລະ ທັນສະໄໝຂອງ ສ.ເກົາຫຼີ ກ່ຽວກັບຄວາມປອງດອງ ແລະການເຕົ້າໂຮມ, ພ້ອມທັງເນັ້ນໜັກຄວາມຫວັງຂອງປະຊາຊົນກ່ຽວກັບສັນຕິພາບ.

leftcenterrightdel
ທົ່ວສະໜາມກິລາ Pyeong Chang ໄດ້ແຈ້ງສະຫວ່າງຂຶ້ນໃນທ່າມກາງດ້ວຍພິທີໄຂຟົດຟື້ນ. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍຄຳຂວັນ “ຄວາມເມົາມົວ, ການເຊື່ອມຈອດ”, ງານມະຫາກຳກິລາ Pyeong Chang ຈະດຳເນີນແຕ່ນີ້ຮອດວັນທີ 25 ກຸມພາ, ເຊິ່ງເປັນງານ Olympic ລະດູໜາວໃຫຍ່ທີ່ສຸດນັບແຕ່ກ່ອນມານີ້, ດ້ວຍການເຂົ້າຮ່ວມແຂ່ງຂັນກິລາຂອງນັກກິລາເກືອບ 3.000 ຄົນທີ່ມາຈາກ 92 ປະເທດ ແລະເຂດແຄ້ວນ, ແຂ່ງຂັນເພື່ອຍາດໄດ້ຫຼຽນ 102 ຊຸດ.

ແຫຼ່ງຄັດຈາກ vovworld.vn