ບັນດາຮອບເຈລະຈາຢັ່ງຫາງສຽງໄດ້ແກ່ຍາວມາເປັນເວລາ 5 ມື້, ສິ້ນສຸດໃນວັນທີ 12 ມັງກອນຜ່ານມາ ແລະ ຄາດວ່າກອງປະຊຸມໃຫຍ່ພັກພິເສດຂອງ SPD ຈະໄດ້ດຳເນີນໃນວັນທີ 21 ມັງກອນ ຈະມາເຖິງ ຈະຕັດສິນວ່າ ບັນດາການເຈລະຈາຢ່າງເປັນທາງການກ່ຽວກັບສຳພັນທະມິດໃຫຍ່ຈະເລີ່ມຕົ້ນບັນດາການເຈລະຈາຫລືບໍ່?. ຖ້າຫາກຄຳຕັດສິນຂອງກອງປະຊຸມໃຫຍ່ພັກ ແມ່ນສືບຕໍ່ສ້າງຕັ້ງສຳພັນທະມິດໃຫຍ່ ສະມາຊິກພັກທັງໝົດຂອງ SPD ຈະມີທັດສະນະລວມສຸດທ້າຍໃນການລົງປະຊາມະຕິໃນກາງເດືອນກຸມພາປີ 2018.

leftcenterrightdel
ທ່ານນາງນາຍົກລັດຖະມົນຕີ Angela Merkel ປະທານພັກ CDU  ແລະ  ທ່ານ Horst Seehofer ການນຳພັກ CSU. ສໍານັກຂ່າວສານຫວຽດນາມ

ຖ້າຫາກບັນດາການເຈລະຈາປະສົບຜົນສຳເລັດ, ລັດຖະບານໃຫມ່ອາດຈະໄດ້ຮັບການສ້າງຕັ້ງກ່ອນວັນທີ 1 ເມສາ. ຖ້າບໍ່ດັ່ງນັ້ນ ປະເທດເຢຍລະມັນ ອາດຈະຫລືຕ້ອງປະເຊີນຫນ້າກັບບັນດາການເລືອກຕັ້ງໃຫມ່ ຫລື ທ່ານນາງ Merkel ຈະນຳພາລັດຖະບານສ່ວນຫນ້ອຍ.

ສັນຍານຕັ້ງຫນ້າໃນເບື້ອງຕົ້ນ

ເຖິງຢ່າງໃດກໍຕາມ, ທີ່ບັນດາການເຈລະຈາຢັ່ງຫາງສຽງຫາກໍ່ສິ້ນສຸດຫວ່າງແລ້ວນີ້ ເກືອບຄືວ່າ ຄວາມມານະພະຍາຍາມຂອງພັກ SPD ພວມເຮັດໃຫ້ວິວັດການສ້າງຕັ້ງລັດຖະບານ “ສຳພັນທະມິດໃຫຍ່” ຢູ່ ເຢຍລະມັນ ມີຄວາມຈະແຈ້ງກວ່າເວລາໃດໝົດ. ທີ່ບັນດາການເຈລະຈາຢັ່ງຫາງສຽງຄັ້ງນີ້, ສຳພັນທະມິດປະຊາທິປະໄຕສັງຄົມກາໂຕລິກຂອງທ່ານນາງນາຍົກລັດຖະມົນຕີເຢຍລະມັນ Merkel ແລະ ພັກປະຊາທິປະໄຕສັງຄົມ ຊອກໄດ້ທັດສະນະລວມໃນບາງບັນຫາຄື: ຫລຸດຜ່ອນອາກອນລາຍຮັບໃຫ້ແກ່ຊັ້ນຄົນຮັ່ງມີ, ປະລະຈຸດໝາຍ ນັບແຕ່ນີ້ຮອດປີ 2020 ໃຫ້ຫລຸດຜ່ອນ ປະລິມານການປ່ອຍອາຍພິດ CO2 ລົງ 40% (carbon dioxide) ເມື່ອທຽບໃສ່ລະດັບຂອງປີ 1990, ອະນາຄົດຂອງສຳພັນທະມິດເອີລົບ ແລະ ເສດຖະກິດ. ບັນດາຝ່າຍກໍ່ເຫັນດີເປັນເອກະສັນບັນລຸຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານ ເພື່ອເລີ່ມຕົ້ນບັນດາການເຈລະຈາສ້າງຕັ້ງລັດຖະບານໃຫມ່ໃນສອງສາມອາທິດຈະມາເຖິງ. ຂໍ້ຕົກລົງນີ້ລວມມີ: ຄຳໝັ້ນສັນຍາ “ຮ່ວມມືຢ່າງແຫນ້ນແຟ້ນກັບ ຝລັ່ງ ເພື່ອປະຕິຮູບ ແລະ ປັບປຸງພາກພື້ນໃຊ້ສະກຸນເງິນລວມເອີລົບ (Eurone) ຢ່າງໝັ້ນຄົງ ເພື່ອແນໃສ່ຊ່ວຍທົ່ວສຳພັນທະມິດຮັບມືກັບບັນດາວິກິດການທົ່ວໂລກເປັນຢ່າງດີກວ່າ.

ຕາມວົງການນັກສັງເກດການແລ້ວ, ຄວາມເຫັນດີເຫັນພ້ອມນີ້ສະແດງໃຫ້ເຫັນວ່າ ໄດ້ມີຄວາມປະນິປະນອມຂອງພັກປະຊາທິປະໄຕສັງຄົມ ສຳລັບຫນຶ່ງໃນບັນດາຄຳໝັ້ນສັນຍາໃນການຫາສຽງເລືອກຕັ້ງຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Merkel. ເຖິງຢ່າງໃດກໍຕາມ, ສຳພັນທະມິດນີ້ ຕ້ອງຊອກຫາທັດສະນະລວມ ໃນຫລາຍບັນຫາທີ່ແຕກຕ່າງກັນ ຫາກບັນຫາສຳຄັນທີ່ສຸດນັ້ນແມ່ນນະໂຍບາຍຊາວອົບພະຍົບ.

ພາຍຫລັງ ພັກສຳພັນທະມິດປະຊາທິປະໄຕກາໂຕລິກ CDU, ສຳພັນທະມິດປະຊາທິປະໄຕສັງຄົມກາໂຕລິກ (CSU) ຂອງທ່ານນາງ Merkel ບັນລຸໄດ້ຂໍ້ຕົກລົງໃນເບື້ອງຕົ້ນທີ່ມີລັກສະນະ “ບຸກທະລຸ” ກັບພັກປະຊາທິປະໄຕສັງຄົມ (SPD), ເຢຍລະມັນ ແລະ ຝລັ່ງ ພ້ອມກັນມີການກະທຳຍູ້ແຮງບັນດາຄວາມມານະພະຍາຍາມປະຕິຮູບສະຫະພາບເອີລົບ (EU) ເມື່ອລັດຖະມົນຕີກະຊວງການເງິນສອງປະເທດໄດ້ມີການພົບປະກັນຢູ່ນະຄອນຫລວງ ປາຣີ ປະເທດ ຝລັ່ງ ໃນອາທິດນີ້. ວົງການນັກໄຈ້ແຍກໄດ້ໃຫ້ຂໍ້ສັງເກດວ່າ ການພົບປະລະຫວ່າງລັດຖະມົນຕີການເງິນ ເຢຍລະມັນ ແລະ ຝລັ່ງຄັ້ງນີ້ ແມ່ນສັນຍານສະແດງໃຫ້ເຫັນວ່າ ເຢຍລະມັນພວມກະກຽມດຳເນີນບັນດາການເຈລະຈາກັບ ຝລັ່ງ ແຕ່ບັນດາການເຈລະຈາສ້າງຕັ້ງລັດຖະບານສຳພັນທະມິດລະຫວ່າງກຸ່ມນິຍົມຮັກສາເດີມຂອງທ່ານນາງນາຍົກລັດຖະມົນຕີ Merkel ກັບ ພັກ SPD ຄາດວ່າອາດຈະເລີ່ມຕົ້ນໃນທ້າຍເດືອນມັງກອນນີ້ ຖ້າຫາກບັນດາສະມາຊິກ SPD ເຫັນດີເປັນເອກະສັນຮັບຮອງເອົາຢູ່ກອງປະຊຸມໃຫຍ່ຂອງພັກໃນວັນທີ 21 ມັງກອນຈະມາເຖິງ. ຕາມການນຳພັກ SPD ແລ້ວ, ແຜນການສຳພັນທະມິດໄດ້ຮັບຄວາມເຫັນດີຈາກສອງຝ່າຍໃນວັນທີ 12 ມັງກອນ ຈະເປີດຊ່ອງທາງໃຫ້ “ການປ່ຽນແປງຮູບແບບ” ກ່ຽວກັບເອີລົບ ຊ່ວຍພາກພື້ນນີ້ຫລຸດພົ້ນອອກຈາກບັນດາມາດຕະການ “ຮັດເຂັມຄັດ” ພ້ອມກັນມຸ້ງໄປເຖິງບັນດາກາລະໂອກາດລົງທຶນ ແລະ ວຽກເຮັດງານທຳ”

ລັດຖະບານເຢຍລະມັນມີຄວາມສະຖຽນລະພາບຮັບປະກັນສະຖຽນລະພາບລວມຂອງກຸ່ມ EU

ພັກ SPD ເຄີຍສຳພັນທະມິດກັບພັກຂອງທ່ານນາງMerkel ມາເປັນເວລາ 8 ປີ ໃນຍອດຈຳນວນ 12 ປີຜ່ານມາ ແຕ່ວ່າ ຍ້ອນໝາກຜົນໃນການເລືອກຕັ້ງເມື່ອເດືອນກັນຍາ, ການນຳ SPD ໃຫ້ຄຳໝັ້ນສັນຍາຈະນຳພັກນີ້ກາຍເປັນພັກຝ່າຍຄ້ານຢູ່ ເຢຍລະມັນ. ພັກ SPD ແມ່ນເສົາຄ້ຳການເມືອງແຮງທີ່ສຸດຂອງ ເອີລົບ ຢູ່ ເຢຍລະມັນ. ປະຈຸບັນ ການນຳ SPD ທ່ານ Martin Shun ແມ່ນຜູ້ມີຜົນສະທ້ອນແຮງທີ່ສຸດສຳລັບບັນດາບັນຫາຂອງເອີລົບ.ຖ້າຫາກພັກ SPD ກາຍເປັນຝ່າຍຄ້ານ ເປັນທີ່ຈະແຈ້ງແລ້ວວ່າຈະແມ່ນກຳລັງກີດຂວາງໃຫ້ແກ່ອະນາຄົດຂອງ EU, ເຮັດໃຫ້ບັນດາຄຳຕັດສິນສຳຄັນ ແລະ ຄວາມມານະພະຍາຍາມປະຕິຮູບສຳພັນທະມິດສືບຕໍ່ຖືກໂຈະໄວ້.

ລັດຖະບານມີຄວາມສະຖຽນລະພາບຢູ່ ເຢຍລະມັນ ແມ່ນມີຄວາມໝາຍສຳຄັນໃຫ້ທົ່ວ ເອີລົບ ເພາະວ່າ ບັນດາປະເທດໃນ EU ຖື ເຢຍລະມັນ ແມ່ນເສົາຄ້ຳໃຫ້ແກ່ສະຖຽນລະພາບຂອງກຸ່ມ. ໃນເວລາກວ່າ 3 ເດືອນ ນັບແຕ່ພາຍຫລັງການເລືອກຕັ້ງ, ເຢຍລະມັນ ຍັງບໍ່ທັນມີລັດຖະບານໃຫມ່. ສະນັ້ນ ບັນດາຮອບເຈລະຈາຜ່ານມາ ມີສັນຍານຕັ້ງຫນ້າໄດ້ຮັບຖືວ່າແມ່ນກາລະໂອກາດເພື່ອສ້າງຕັ້ງສຳພັນທະມິດມີຄວາມສະຖຽນລະພາບ ນຳມາເຊິ່ງຄວາມປາດຖະຫນາກ່ຽວກັບຈຸດເລີ່ມຕົ້ນໃຫມ່ໃຫ້ແກ່ປະເທດ ເຢຍລະມັນ. ພ້ອມກັນນັ້ນ ເລື່ອງບັນລຸໄດ້ຂໍ້ຕົກລົງສ່ວນຫນຶ່ງໄດ້ຊ່ວຍຫລຸດຜ່ອນກຳລັງດັນຕໍ່ທ່ານນາງນາຍົກລັດຖະມົນຕີ Merkel ແລະ ລົບລ້າງບັນດາຄວາມວິຕົກກັງວົນກ່ຽວກັບລະດັບຜົນສະທ້ອນຂອງ “ປະເທດນຳຫນ້າຢູ່ເອີລົບ” ນີ້ ໃນບັນດາບັນຫາສາກົນ ເມື່ອຍັງບໍ່ທັນມີລັດຖະບານໃຫມ່.

 

ແຫຼ່ງຄັດຈາກ: VOVWORLD