leftcenterrightdel
 ທ່ານນາງ ນາຍົກລັດຖະມົນຕີ ເຢັຍລະມັນ Angela Merkel. ພາບ: ສໍານັກຂ່າວສານຫວຽດນາມ

ເພື່ອບັນລຸໄດ້ຂໍ້ຕົກລົງໃນເບື້ອງຕົ້ນທີ່ລວມມີ 28 ໜ້າພາຍຫຼັງຮອບເຈລະຈາຢັ່ງຫາງສຽງຕໍ່ພັກປະຊາທິປະໄຕສັງຄົມ (SPD) ເພື່ອແນໃສ່ມຸ່ງໄປເຖິງບັນດາການເຈລະຈາສ້າງຕັ້ງສຳພັນທະມິດຢ່າງເປັນທາງການ, ຫົວໜ້າຂອງພັກສຳພັນທະມິດປະຊາທິ ປະໄຕ/ສັງຄົມກິດສະຕັງ (CDU/CSU), ທ່ານນາງ ນາຍົກລັດຖະມົນຕີ Angela Merkel ໄດ້ປະນິປະນອມຫຼາຍພໍສົມຄວນ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ທ່ານນາງສາມາດຮັກສາຕຳແໜ່ງເປັນນາຍົກລັດຖະມົນຕີເຢັຍລະມັນ ອາຍຸການທີ 4 ຢ່າງລຽນຕິດ.     

ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງຂໍ້ຕົກລົງລະຫວ່າງ CDU/CSU ແລະSPD ແມ່ນບັນດາຝ່າຍເຫັນດີເປັນເອກະສັນຈະຮ່ວມມືຢ່າງແໜ້ນແຟ້ນກັບ ຝຣັ່ງ ເພື່ອປັບປຸງ ແລະປະຕິຮູບພາກພື້ນນຳໃຊ້ສະກຸນເງິນເອີໂຣລວມ (Eurozone) ແບບຍືນຍົງ. CDU/CSU ແລະSPD ກໍ່ເຫັນດີເປັນເອກະພາບຈະຈຳກັດເລື່ອງຮັບຊາວອົບພະຍົບໃນແຕ່ລະປີຢ່າງສູງສຸດແມ່ນ 220.000 ຄົນ. ບັນດາສູນສົ່ງຊາວອົບພະຍົບກັບເມືອປະເທດ ຈະໄດ້ສ້າງຕັ້ງເພື່ອແກ້ໄຂບັນດາຄຳຮຽກຮ້ອງຂອງຊາວອົບພະຍົບ.

ແຫຼ່ງຄັດຈາກ Vovworld.vn