ທ່ານນາງ ເຈືອງທິຮ່ຽນ, ປະທານສະມາຄົມມິດຕະພາບຫວຽດນາມ-ກູບາ ນະຄອນ ໂຮ່ຈິມິນ  ຢັ້ງຢືນວ່າການພົວພັນຮ່ວມມືລະຫວ່າງສອງປະເທດພວມໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດຄື: ກະສິກໍາ, ອຸດສາຫະກໍາ, ນໍ້າມັນອາຍແກັດ, ການກໍ່ສ້າງ, ວັດທະນະທໍາ, ການສຶກສາ,  ວິທະຍາສາດ-ເຕັກນິກ... ໄລຍະຜ່ານມາ, ສະມາຄົມມິດຕະພາບຫວຽດນາມ-ກູບາ  ນະຄອນ ໂຮ່ຈິມິນ ໄດ້ສົມທົບກັບສະຖານກົງສູນໃຫຍ່ ກູບາ ປະຈໍານະຄອນ ໂຮ່ຈິມິນ ຈັດຕັ້ງການເຄື່ອນໄຫວທີ່ອຸດົມສົມບູນ, ມີຄວາມໝາຍຫຼາຍຢ່າງ, ດຶງດູດນັກສຶກສາ, ນັກຮຽນ ແລະປະຊາຊົນນະຄອນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ບັນດາການເຄື່ອນໄຫວນີ້ໄດ້ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ.

leftcenterrightdel
ທ່ານນາງ Indira Lopez Arguelles ຫົວໜ້າສະຖານກົງສູນໃຫຍ່ ກູບາ ປະຈໍານະຄອນ ໂຮ່ຈິມິນ ມອບລາງວັນການແຂ່ງຂັນແຕ້ມຮູບໂຄສະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານນາງ Indira Lopez Arguelles ຫົວໜ້າສະຖານກົງສູນໃຫຍ່ ກູບາ ປະຈໍານະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ: ວັນທີ 1 ມັງກອນ 1959 ແມ່ນວັນພິເສດ, ເປັນຂີດໝາຍການຕໍ່ສູ້ປະຕິວັດຂອງ ກູບາ ຍາດເອົາໄຊຊະນະ ແລະປະສົບຜົນສໍາເລັດຍ້ອນການເສຍສະຫຼະຊີວິດຂອງຊາວໜຸ່ມເຍົາວະຊົນນັບຫຼາຍຮ້ອຍຄົນ ແລະການນໍາພາຂອງຜູ້ບັນຊາການສູງສຸດ Fidel Castro.

ຕາມທ່ານນາງ Indira Lopez Arguelles ແລ້ວ, ພາຍຫຼັງວັນແຫ່ງການປະຕິວັດປະສົບຜົນສໍາເລັດ, ກູບາ ແລະຫວຽດນາມ ໄດ້ສ້າງຕັ້ງການພົວພັນທີ່ສະໜິດສະໜົມ ໂດຍໄວ. ການພົວພັນນັ້ນນັບມື້ນັບແໜ້ນແຟ້ນ ແລະຫັນເປັນລະອຽດດ້ວຍບັນດາການຮ່ວມມືດ້ານການສຶກສາ, ສາທາລະນະສຸກ.

ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບຫວຽດນາມ-ກູບາ ນະຄອນ ໂຮ່ຈິມິນ ໄດ້ສະຫຼຸບມອບລາງວັນການແຂ່ງຂັນແຕ້ມຮູບໂຄສະນາ “ອາໄລຫາ 50 ແຫ່ງວັນເຖິງແກ່ມໍລະນະກໍາຂອງທ່ານ Che Guevara”. ຜົນການແຂ່ງຂັນ, ຄະນະຈັດຕັ້ງໄດ້ຄັດເລືອກ ແລະມອບລາງວັນໃຫ້ 34 ພາບແຕ້ມ, ໃນນັ້ນມີລາງວັນທີໜຶ່ງ 3 ລາງວັນ.

 

ແປໂດຍ: ທູຈາງ