leftcenterrightdel
               ທ່ານ Liam Fox, ລັດຖະມົນຕີການຄ້າ ອັງກິດ. ພາບ:AFP/TTXVN

ວັນທີ 3 ມັງກອນ, ໜັງສືພິມ Financial Times (ໜັງສືພິມ ການເງິນລາຍວັນ)  ໄດ້ໃຫ້ຂ່າວວ່າ ອັງກິດ ພວມເອົາໃຈໃສ່ເຖິງການເຂົ້າຮ່ວມກຸ່ມບັນດາປະເທດເຊັນສັນຍາຄູ່ຮ່ວມມືຮອບດ້ານ ແລະຄວາມກ້າວໜ້າຂ້າມ ປາຊີຟິກ (CPTPP), ພາຍຫຼັງທີ່ປະເທດນີ້ຖອນອອກຈາກສະຫະພາບ ເອີລົບ (ອີຢູ) ຫຼື ຍັງເອີ້ນວ່າ Berxit.

ຕາມໜັງສືພິມນີ້ແລ້ວ, ປະເທດອັງກິດ ໄດ້ເລີ່ມເຄື່ອນໄຫວການເຈລະຈາບໍ່ເປັນທາງການກ່ຽວກັບເລື່ອງເຂົ້າຮ່ວມຂໍ້ຕົກລົງການຄ້ານີ້ໃນຄວາມມານະພະຍາຍາມຍູ້ແຮງການສົ່ງອອກພາຍຫຼັງ Brexit. ມາຮອດປະຈຸບັນ,  TPP ມີພຽງການເຂົ້າຮ່ວມຂອງບັນດາປະເທດເຂດແຄມທະເລ ປາຊີຟິກ ຄື: ຍີ່ປຸ່ນ, ການາດາ ແລະເມັກຊີໂກ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Greg Hands, ຮອງລັດຖະມົນຕີການຄ້າ ອັງກິດເນັ້ນໜັກວ່າ: “ບໍ່ມີຂໍ້ຈຳກັດດ້ານພູມສາດໃດໆມາສະກັດກັ້ນ ອັງກິດ ເຂົ້າຮ່ວມກຸ່ມນີ້”. ໃນຂະນະນັ້ນ, ທ່ານ Liam Fox, ລັດຖະມົນຕີການຄ້າ ອັງກິດ ຖືວ່າ “ບໍ່ທັນຮອດຈຸດເວລາເພື່ອຊອກຫາຖານະເປັນສະມາຊິກໃນ CPTP”.

ແຫຼ່ງຄັດຈາກ VOVWORLD.VN