ໃນສານອວຍພອນເນື່ອງໃນໂອກາດປີໃໝ່ 2018, ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ຍົກອອກຄໍາເຕືອນໄພແດງກ່ຽວກັບບັນດາສິ່ງທ້າທາຍເຊິ່ງທົ່ວໂລກກໍາລັງປະເຊີນໜ້າ. ຕາມທ່ານ Antonio Guterres ແລ້ວ, ປີ 2017 ໂລກ ໄດ້ຜ່ານຜ່າບັນດາໄພນາບຂູ່, ໃນນັ້ນບັນດາການປະທະກັນນັບມື້ນັບຮ້າຍແຮງກໍຄືບັນດາຄວາມວິຕົກກັງວົນຂອງປະຊາຄົມສາກົນກ່ຽວກັບອາວຸດນິວເຄຼຍ ໄດ້ຂຶ້ນເຖິງລະດັບຮ້າຍແຮງທີ່ສຸດນັບແຕ່ສະໄໝສົງຄາມເຢັນ. ໃນສະພາບການນັ້ນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຖືວ່າ, ພຽງແຕ່ຜ່ານຄວາມສາມັກຄີເທົ່ານັ້ນ, ປະຊາຄົມສາກົນ ຈຶ່ງສາມາດແກ້ໄຂບັນດາການປະທະກັນໄດ້, ຜ່ານຜ່າຄວາມຄຽດແຄ້ນ ແລະປົກປ້ອງບັນດາຄຸນຄ່າລວມ. “ຄວາມສາມັກຄີແມ່ນເສັ້ນທາງ”, ອະນາຄົດຂອງພວກເຮົາແມ່ນຂຶ້ນກັບຄວາມສາມັກຄີ”, Reuters ໄດ້ຄັດຄໍາເວົ້າຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢັ້ງຢືນ.

leftcenterrightdel
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຮຽກຮ້ອງໃຫ້ປະຊາຄົມສາກົນ ສາມັກຄີກັນໃນປີໃໝ່ 2018. ພາບ: un.org.

ໃນຂະນະນັ້ນ, ໃນສານອວຍພອນ, ສັນທະປະປາ Francis ຖືວ່າ, ປີ 2017 ໂລກຖືກທໍາລາຍມ້າງເພຍ້ອນ “ສົງຄາມ, ບັນດາຄໍາຕົວະຍົວະ ແລະຄວາມບໍ່ເປັນທໍາ”, ພ້ອມທັງຮຽກຮ້ອງໃຫ້ທຸກຄົນຕ້ອງຮັບຜິດຊອບສໍາລັບບັນດາການກະທໍາຂອງຕົນ.

ສໍາລັບທ່ານປະທານາທິບໍດີ ອາເມລິກາ Donald Trump, ເມື່ອຫວນຄືນປີ 2017, ປະເທດ ອາເມລິກາ ບັນລຸໄດ້ຜົນງານຫຼາຍຢ່າງພໍສົມຄວນຄື: ການປະຕິຮູບລະບົບພາສີອາກອນ ແລະໂຄງການເບິ່ງແຍງດູແລສຸຂະພາບ. ໃນສານອວຍພອນປີໃໝ່, ທ່ານປະທານາທິບໍດີ Donald Trump ຖືວ່າຕະຫຼາດຫຼັກຊັບຈະສືບຕໍ່ຈະເລີນເຕີບໂຕ ແລະບັນດາບໍລິສັດຈະສືບຕໍ່ລົງທຶນເຂົ້າ ອາເມລິກາ. “ປີ 2018 ຈະເປັນປີທີ່ດີງາມສໍາລັບປະເທດ ອາເມລິກາ” ທ່ານເຈົ້າຂອງທໍານຽບຂາວຂຽນລົງເຄືອຂ່າຍສັງຄົມອອນລາຍ Twitter.

ໃນບົດກ່່າວຄໍາປາໄສເນື່ອງໃນໂອກາດປີໃໝ່, ຕາມສໍານັກຂ່າວສານ ຊິນຮວາ, ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໃຫ້ຄໍາໝັ້ນສັນຍາວ່າ, ປະເທດ ຈີນ ຈະດໍາເນີນການປະຕິຮູບໃນປີ 2018 ຢ່າງເຖິງຖອງ. ການນໍາ ຈີນ ຢັ້ງຢືນວ່າຮອດປີ 2020 ຈະລົບລ້າງສະພາບອຶດຫິວຂອງຊາວຊົນນະບົດຢ່າງສຸດຂີດ. ກ່ຽວກັບບັນຫາສາກົນ, ທ່ານ ສີຈິ້ນຜິງ ຢັ້ງຢືນວ່າ ຈີນ ຈະຮັກສາສິດອໍານາດ ແລະລະບຽບຂໍ້ກໍານົດຂອງສະຫະປະຊາຊາດ, ຕັ້ງໜ້າປະຕິບັດບັນດາພັນທະສາກົນ, ປະຕິບັດຄໍາໝັ້ນສັນຍາເພື່ອແນໃສ່ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ການພັດທະນາທົ່ວໂລກ ແລະຄວາມເປັນລະບຽບຮຽບຮ້ອຍສາກົນ.

ກ່າວຄໍາເຫັນໃນໂທລະພາບ, ທ່ານ Vladimir Putin ປະທານາທິບໍດີ ແຫ່ງ ສະຫະພັນ ລັດເຊຍ ໄດ້ອວຍພອນໃຫ້ປະເທດ ລັດເຊຍ ມີການດໍາລົງຊີວິດຢູ່ໃນສັນຕິພາບ ແລະຄວາມວັດທະນາຖາວອນ. “ນໍ້າໃຈສາມັກຄີມິດຕະພາບ ແລະນ້ຳໃຈຄວາມຮັກແພງທີ່ບໍ່ມີເງື່ອນໄຂຂອງປະເທດ ລັດເຊຍ ໄດ້ສົ່ງກໍາລັງແຮງໃຫ້ພວກເຮົາປະຕິບັດບັນດາພາລະກໍາ ແລະຜົນງານອັນຍິ່ງໃຫຍ່ຕື່ມອີກ”, Sputnik ໄດ້ຄັດຄໍາເວົ້າຂອງການນໍາ ລັດເຊຍ ຢັ້ງຢືນ.

ຈາກວັງ Elysee, ທ່ານ Emmanuel Macron ປະທານາທິບໍດີ ຝຣັ່ງ ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ເດີນຕາມລາຍການປະຕິຮູບຂອງຕົນ ແລະເລີ່ມຕົ້ນເລື່ອງ “ຟື້ນຟູຄວາມຈະເລີນປະເທດຝຣັ່ງຄືນໃໝ່” ໃນສະພາບການພື້ນຖານເສດຖະກິດມີຄວາມຄືບໜ້າຫຼາຍຢ່າງ. ທ່ານປະທານາທິບໍດີ Emmanuel Macron ໃຫ້ຮູ້ວ່າໜຶ່ງ “ໂຄງການສັງຄົມໃຫຍ່” ຈະໄດ້ຮັບການປະຕິບັດ, ໃນນັ້ນມີການຮັບປະກັນການເບິ່ງແຍງດູແລສຸຂະພາບ ແລະເຮືອນຢູ່ສໍາລັບຄົນທີ່ບໍ່ມີເຮືອນຊານບ້ານຊ່ອງ. ການນໍາ ຝຣັ່ງ ເນັ້ນ ໜັກວ່າ, ປີ 2018 ຈະເປັນປີທີ່ສະໜິດຕິດພັນຂອງປະເທດຊາດ, ທ່ານຮຽກຮ້ອງໃຫ້ຊາວ ຝຣັ່ງ ລົບລ້າງ “ບັນດາຄວາມບໍ່ລົງລອຍກັນທີ່ບໍ່ສາມາດໄກ່ເກ່ຍໄດ້” ເຊິ່ງທ່ານ ຖືວ່າຈະເຮັດໃຫ້ປະເທດຊາດ ຊຸດໂຊມລົງ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະຕ້ານການກໍ່ການຮ້າຍຢູ່ຕາເວັນອອກກາງ, ອາຟະລິກາ ແລະໃນຜືນແຜ່ນດິນປະເທດ ຝຣັ່ງ ຢ່າງເດັດຂາດ.

ແປໂດຍ: ຮວ່າງເຈື່ອງ