leftcenterrightdel
 ທ່ານປະທານາທິບໍດີ ລັດເຊຍ V.Putin

ວັນທີ 30 ທັນວາ, ທ່ານປະທານາທິບໍດີ ລັດເຊຍ V.Putin ໄດ້ສົ່ງໂທລະເລກອວຍພອນປີໃໝ່ເຖິງບັນດາການນຳໃນໂລກ, ບັນດາຜູ້ນຳໜ້າລັດຖະບານຕ່າງປະເທດ ແລະບັນດາການນຳອົງການຈັດຕັ້ງສາກົນ. ໃນສານສົ່ງເຖິງທ່ານປະທານາທິບໍດີ ອາເມລິກາ Donald Trupm, ທ່ານປະທານາທິບໍດີ ລັດເຊຍ ຊີ້ແຈ້ງວ່າ: ຄວາມສຳຄັນຂອງການເຈລະຈາລັດເຊຍ-ອາເມລິກາ, ຕາມການນຳລັດເຊຍ ແລ້ວ, ພື້ນຖານເພື່ອພັດທະນາການພົວພັນລະຫວ່າງລັດເຊຍ ແລະອາເມລິກາ ຕ້ອງແມ່ນບັນດາຫຼັກການຍຸຕິທຳ ແລະເຄົາລົບນັບຖືເຊິ່ງກັນ ແລະກັນ. ສິ່ງດັ່ງກ່າວຈະອະນຸຍາດໃຫ້ມຸ່ງໄປເຖິງການສ້າງຕັ້ງການຮ່ວມມືແທດຈິງ ແລະຍາວນານ. ໃນສານອວຍພອນສົ່ງເຖິງທ່ານປະທານາທິບໍດີ ຊີຣີ Basaral – Asad, ທ່ານປະທານາທິບໍດີ ລັດເຊຍ ຢັ້ງຢືນວ່າ ມົດສະກູ ຈະສືບຕໍ່ໜູນຊ່ວຍ Damascus ໃນການປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ກໍ່ຄືການສືບຕໍ່ວິວັດທະນາການໄກ່ເກ່ຍທາງດ້ານການເມືອງ. ການນຳລັດເຊຍ ຫວັງວ່າໃນປີຈະມາເຖິງ, ຊີຣີ ຈະສືບຕໍ່ປ່ຽນແປງພື້ນຖານໃຫ້ດີກ່ວາ.

 ເນື່ອງໃນໂອກາດປີໃໝ່, ທ່ານປະທານາທິບໍດີ ລັດເຊຍ V.Putin ກໍ່ສົ່ງສານອວຍພອນປີໃໝ່ເຖິງທ່ານປະທານປະເທດ ສສ ຫວຽດນາມ ເຈີ່ນດ້າຍກວາງ ແລະທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ. ໃນສານອວຍພອນ, ທ່ານປະທານາທິບໍດີ ລັດເຊຍ ຊີ້ແຈ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລັດເຊຍ - ຫວຽດນາມ ໄດ້ພັດທະນາຍິ່ງໆຂຶ້ນ ແລະເຊື່ອໝັ້ນວ່າການປະຕິບັດບັນດາຂໍ້ຕົກລົງບັນລຸໄດ້ໃນວິວັດການເຈລະຈາລະຫວ່າງການນຳ 2 ຝ່າຍຢູ່ມົດສະກູ ແລະການພົບປະຢູ່ດ່ານັ້ງຈະສ້າງເງື່ອນໄຂພັດທະນາບັນດາການພົວພັນຂອງ 2 ປະເທດ, ໜູນຊ່ວຍ 2 ປະເທດປັບປຸງສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນອາຊີ-ປາຊີຟິກ.

leftcenterrightdel
 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະທ່ານປະທານປະເທດ ສີຈິ້ນຜິງ

ຈາກປະເທດ ຈີນ, ວັນທີ 31 ທັນວາ, ທ່ານປະທານປະເທດ ສີຈິ້ນຜິງ ຖະແຫຼງວ່າ: ທ່ານກຽມພ້ອມຮ່ວມແຮງຮ່ວມໃຈກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຍຸດທະສາດ 2 ຝ່າຍ, ກໍ່ຄືເປີດກ້ວາງການຮ່ວມມືແທດຈິງ 2 ຝ່າຍໃນທຸກດ້ານ. ທ່ານປະທານປະເທດ ຈີນ ເນັ້ນໜັກວ່າ ປີ 2018 – 2019 ຈະແມ່ນປີຮ່ວມມື ແລະແລກປ່ຽນລະຫວ່າງ 2 ປະເທດຢູ່ຂັ້ນທ້ອງຖິ່ນ, ຕາມນັ້ນແລ້ວ, ບັນດາເຫດການນີ້ແນ່ນອນວ່າຈະຊຸກຍູ້ການພົວພັນແລກປ່ຽນຂັ້ນທ້ອງຖິ່ນລະຫວ່າງຈີນ ແລະລັດເຊຍ, ພ້ອມທັງໂຄສະນາແນວຄວາມຄິດທັງ 2 ຝ່າຍມີການພົວພັນມິດຕະພາບໝັ້ນຄົງຍາວນານກໍ່ຄືເດີນຕາມການພັດທະນາ ແລະຄວາມວັດທະນາຖາວອນລວມ.

ແຫຼ່ງຄັດຈາກ VOVWORLD.VN