ທີ່ກອງປະຊຸມສະຫຼຸບວຽກງານປະຕິບັດບັນດາການເຄື່ອນໄຫວສົ່ງເສີມການທ່ອງທ່ຽວລາວ ປີ 2018 ທີ່ດໍາເນີນໄປຫວ່າງແລ້ວນີ້ຢູ່ນະຄອນຫຼວງວຽງຈັນ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ແຈ້ງໃຫ້ຮູ້ວ່າ, ລັດຖະບານລາວ ຖືການທ່ອງທ່ຽວແມ່ນຂະແໜງເສດຖະກິດສໍາຄັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາພື້ນຖານເສດຖະກິດປະເທດ. ໃນປີທ່ອງທ່ຽວແຫ່ງຊາດ 2018, ລາວ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການທ່ອງທ່ຽວອຸດົມສົມບູນ, ຫຼາຍຮູບຫຼາຍແບບໃນບັນດາທ້ອງຖິ່ນ, ແນໃສ່ດຶງດູດນັກທ່ອງທ່ຽວ. ບັນດາການເຄື່ອນໄຫວນີ້ໄດ້ລົງເລິກເຂົ້າໃນການແນະນໍາບັນດາຈຸດວັດທະນະທໍາທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດຂອງລາວ, ການດໍາເນີນຊີວິດຂອງປະຊາຊົນແຕ່ລະທ້ອງຖິ່ນ, ພ້ອມກັບບັນດາທັດສະນີຍະພາບທີ່ມີຊື່ສຽງ.

leftcenterrightdel
ງານບຸນຊ້າງດໍາເນີນຢູ່ແຂວງຫຼວງພະບາງ, ປະເທດລາວ. ພາບ: ASIA REVEAL.

ໃນຊຸມປີມໍ່ໆມານີ້, ຂະແໜງອຸດສາຫະກໍາ “ປອດຄວັນ” ໄດ້ນໍາມາເຊິ່ງໝາກຜົນຕັ້ງໜ້າໃຫ້ພື້ນຖານເສດຖະກິດຂອງປະເທດລ້ານຊ້າງ, ຊ່ວຍຊຸກຍູ້ບັນດາຂະແໜງອາຊີບທີ່ກ່ຽວຂ້ອງ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ແລະກະຕຸກຊຸກຍູ້ການພັດທະນາພື້ນຖານໂຄງລ່າງ. ຕາມກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ແລ້ວ, ໃນປີ 2018 ໄດ້ມີນັກທ່ອງທ່ຽວສາກົນກວ່າ 4,1 ລ້ານເທື່ອຄົນມາລາວ, ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ປີ 2017. ເພື່ອບັນລຸໄດ້ໝາກຜົນຕັ້ງໜ້ານີ້, ລັດຖະບານລາວ ໄດ້ມີບັນດານະໂຍບາຍພິເສດເພື່ອແນໃສ່ຍູ້ແຮງການພັດທະນາຂອງຂະແໜງທ່ອງທ່ຽວ.

ໃນໄລຍະຜ່ານມາ, ລາວ ຍາດໄດ້ຜົນງານອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ. ນີ້ກໍ່ແມ່ນປັດໄຈສໍາຄັນຊ່ວຍຍົກສູງຮູບພາບຂອງປະເທດອາຊີຕາເວັນອອກສ່ຽງໃຕ້ນີ້ໃນສາຍຕາປະຊາຄົມສາກົນ, ຈາກນັ້ນດຶງດູດນັກທ່ອງທ່ຽວມາທ່ຽວຢູ່ລາວໃຫ້ນັບມື້ນັບຫຼາຍຂຶ້ນ. ສະພາບການດ້ານການເມືອງມີສະຖຽນລະພາບ, ປ້ອງກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໄດ້ຮັບການຮັບປະກັນ. ເສດຖະກິດລາວ ສືບຕໍ່ຮັກສາໄດ້ທ່າເຕີບໂຕ.

ກ່ຽວກັບການພົວພັນຕ່າງປະເທດ, ລາວ ຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າເພີ່ມທະວີການຮ່ວມມື ແລະເຊື່ອມໂຍງເຂົ້າກັບສາກົນ, ເສີມຂະຫຍາຍບົດບາດຕັ້ງໜ້າໃນປະຊາຄົມອາຊຽນ. ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 139 ປະເທດ, ເປັນສະມາຊິກຂອງອົງການຈັດຕັ້ງພາກພື້ນ ແລະສາກົນ ຄື: ສະຫະປະຊາຊາດ, ອາຊຽນ, ອົງການການຄ້າໂລກ (WTO)... ລາວ ໄດ້ເປັນເຈົ້າພາບຈັດຕັ້ງບັນດາກອງປະຊຸມຂັ້ນສູງສໍາຄັນຂອງພາກພື້ນ ແລະສາກົນປະສົບຜົນສຳເລັດ, ໄດ້ຊ່ວຍຍົກສູງຖານະບົດບາດ ແລະອິດທິພົນຊື່ສຽງຢູ່ພາກພື້ນ ແລະໃນໂລກ, ດຶງດູດເພື່ອນມິດສາກົນມາຢ້ຽມຢາມປະເທດລ້ານຊ້າງ.

ທ່ານ ບໍ່ແສງຄຳ ວົງດາລາ ຖືວ່າ, ວຽງຈັນ ຄວນຍູ້ແຮງການປະຕິຮູບລະບຽບການບໍລິຫານ, ເປັນຕົ້ນແມ່ນລະບຽບການເຂົ້າ-ອອກເມືອງເພື່ອແນໃສ່ສ້າງຄວາມສະດວກໃຫ້ນັກທ່ອງທ່ຽວ; ຍົກສູງຄຸນນະພາບການສະໜອງບໍລິການຢູ່ຮ້ານຂາຍເຄື່ອງ, ຮ້ານອາຫານ, ໂຮງແຮມໃນບັນດາສະຖານທີ່ທ່ອງທ່ຽວ... ດ້ວຍຄວາມມານະພະຍາຍາມຂອງອຳນາດການປົກຄອງທຸກຂັ້ນຢູ່ລາວ, ຂະແໜງທ່ອງທ່ຽວລາວ ພວມຢືນຢູ່ຕໍ່ໜ້າແງ່ຫວັງພັດທະນາອັນສົດໃສ, ໝັ້ນໝາຍວ່າຈະບັນລຸໄດ້ຜົນງານຫຼາຍຢ່າງກວ່າອີກ.

ໂດຍ: ເຈິ່ນຮວ່ຽນ