ຖະໜົນດອກໄມ້ລະດູບານໃໝ່ ປີກຸນ 2019 ມີຄວາມຍາວ 300 ແມັດ, ເຊິ່ງໄດ້ປະດັບປະດາເປັນ 3 ພາກສ່ວນຕົ້ນຕໍ ໂດຍແມ່ນຜະລິດຕະພັນພິເສດຂອງບ້ານເກີດເມືອງນອນ, ບຸນເຕັດແຫ່ງການເຕົ້າໂຮມ, ລະດູບານໃໝ່ ແລະໄວໜຸ່ມ. ຄຽງຂ້າງນ້ັນ, ບັນດາການເຄື່ອນໄຫວທາງດ້ານອາຫານການກິນ, ກິລາ, ວັດທະນະທໍາສິລະປະ, ວາງສະແດງປື້ມ ໄດ້ກໍ່ຈັດຕັ້ງຢູ່ຖະໜົນດອກໄມ້ລະດູບານໃໝ່.

leftcenterrightdel
ນັກທ່ອງທ່ຽວນິຍົມຊົມຊອບກັບສະຖານທີ່ວາດພາບເຂດບ້ານນາແມ່ນໍ້າລໍາເຊ. ພາບ: baodongthap.vn.

ເຊິ່ງບໍ່ພຽງແຕ່ແມ່ນສະຖານທີ່ຖ່າຍຮູບ, ລະຫຼີ້ນບັນເທິງເທົ່ານັ້ນ,  ຫາກຖະໜົນດອກໄມ້ລະດູບານໃໝ່ 2019 ຍັງມີບັນດາການເຄື່ອນໄຫວທີ່ມີຄວາມໝາຍ ເຊິ່ງມີລັກສະນະສຶກສາອົບຮົມ, ຊ່ວຍໃຫ້ຮຸ່ນໜຸ່ມຄິດຮອດກົກເຄົ້າເຫງົ້າກໍ. ເມື່ອມາຢ້ຽມຊົມຖະໜົນດອກໄມ້ລະດູບານໃໝ່, ນັກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດບຸນເຕັດບູຮານ ໂດຍສະຖານີໂທລະພາບແຂວງດົງທ໊າບປະຕິບັດ,  ເຊິ່ງໄດ້ວາດພາບເຖິງບັນຍາກາດເຮືອນບູຮານດ້ວຍຕົ້ນກະຖິນ, ດອກເໝີຍ, ເຂົ້າຕົ້ມ... 

ຖະໜົນດອກໄມ້ລະດູບານໃໝ່ 2019 ຈະດໍາເນີນໄປຮອດວັນທີ 11 ກຸມພາ ຈຶ່ງອັດລົງ.

ໂດຍ: ທູຈາງ