ຕອນຄໍ່າວັນທີ 14 ທັນວາ, ແຂວງກອນຕຸມ ໄດ້ຈັດຕັ້ງພິທີໄຂສັບປະດາວັດທະນະທຳ - ການທ່ອງທ່ຽວ ຄັ້ງທີ 4 ປີ 2018 ດ້ວຍການເຂົ້າຮ່ວມຂອງນັກສິລະປິນ ແລະນັກສະແດງພາຍໃນແຂວງ ແລະບັນດາແຂວງຢູ່ເຂດໄຕງວຽນ; ແຂວງກວາງນາມ, ກວາງຫງາຍ ແລະຜູ້ຕາງໜ້າອຳນາດການປົກຄອງ, ວິສາຫະກິດຢູ່ບາງແຂວງຂອງຍີ່ປຸ່ນ, ສ. ເກົາຫຼີ ກວ່າ 700 ຄົນ.

leftcenterrightdel
ລາຍການສະແດງທີ່ສັບປະດາວັດທະນະທຳ-ການທ່ອງທ່ຽວ. ພາບ: ສຳນັກຂ່າວສານຫວຽດນາມ.

ເຫດການລວມມີບັນດາການເຄື່ອນໄຫວວັດທະນະທຳ, ງານບຸນ, ການທ່ອງທ່ຽວ, ສົ່ງເສີມການລົງທຶນ, ຄື: ງານບຸນຕາມທ້ອງຖະໜົນ; ງານມະໂຫລານວັດທະນະທຳອາຫານການກິນ; ງານວາງສະແດງມໍລະດົກວັດທະນະທຳ; ແນະນຳຜະລິດຕະພັນທ່ອງທ່ຽວຂອງບັນດາທ້ອງຖິ່ນພາຍໃນແຂວງ... ເຫດການໄດ້ປະກອບສ່ວນເຊີດຊູ, ໂຄສະນາເຜີຍແຜ່, ແນະນຳເຖິງເພື່ອນມິດທັງຢູ່ພາຍໃນ ແລະຕ່າງປະເທດກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວຂອງແຂວງກອນຕຸມ ເວົ້າສະເພາະ, ເຂດໄຕງວຽນເວົ້າລວມ.

ສັບປະດາວັດທະນະທຳ - ການທ່ອງທ່ຽວແຂວງກອນຕຸມ ຄັ້ງທີ 4 ປີ  2018 ຈະດຳເນີນຮອດວັນທີ 17 ທັນວາ ຈຶ່ງອັດລົງ.

ໂດຍ: ແສງເພັດ