leftcenterrightdel
ພາບ: kpl.gov.la.

ການແຫ່ຜາສາດເຜີ້ງໃນປີນີ້, ​ໄດ້​ເຄື່ອນ​ຍ້າຍ​ຂະບວນ​ແຫ່​​ຢູ່​ວັດໜອງບອນແລ້ວ​ເຂົ້າ​ສູ່​ກົມ​ມະລຽນ​ພະ​ທາດຫລວງເບື້ອງທິດຕາເວັນອອກ, ໃນ​ນັ້ນນຳໜ້າ​ດ້ວຍ​ຂະ​ບວນ​ແຫ່ຂອງ​ພະສົງ-ສຳມະເນນ, ການ​ນຳ​ພັກ-ລັດ, ເຊິ່ງນຳ​ໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍການນຳນະຄອນຫລວງອົງ​ການຈັດຕັ້ງມະຫາຊົນ, ເຖົ້າ​ແກ່ແນວ​ໂຮມ, ຕາມ​ດ້ວຍ​ຂະ​ບວນດົນຕີ​ພື້ນເມືອງ, ຂະ​ບວນ​ຂອງບັນດາ​ເມືອງ​ຕ່າງໆສຳນັກງານ-ອົງການ ແລະປະຊາຊົນ​ລາວບັນດາເຜົ່າ. ຂະບວນການແຫ່ຜາສາດເຜີ້ງໄດ້ເຄື່ອນຜ່ານປະຕູໂຂງດ້ານສະໜາມຫລວງແລ້ວແຫ່ອ້ອມພະທາດ 3 ຮອບ, ​ຈາກ​ນັ້ນກໍ່​ໄດ້​ຖວາຍ​ຜາສາດ​ເຜິ້ງ ຟັງ​ທຳ​ມະ​ເທດສະໜາ 1 ກັນແລ້ວກາບໄຫວ້ຊັກກະລະບູຊາພະທາດຫລວງຖືວ່າເປັນການສິ້ນສຸດພິທີ.

leftcenterrightdel
ພາບ: kpl.gov.la.

ສຳລັບ​ວັນ​ທີ 22 ພະຈິກ 2018 ເວລາ 7:00 ໂມງ​ເຊົ້າ ທີ່​ເດີ່ນ​ພະທາດຫລວງໄດ້ມີ​ພິທີໃສ່​ບາດ ຕອນ​ບ່າຍ​ເວລາ 13:30 ໂມງມີ​ພິທີ​ແຫ່​ລູກ​ຄີ ແລະກີລາ​ຕີຄີຢູ່​ເດີ່ນ​ສະໜາມ​ຫລວງ, ສ່ວນ​ຕອນຄ່ຳ​ມີ​ວຽນທຽນ, ຈູດ​ບັ້ງໄຟດອກ ແລະຄົບງັນ​ມ່ວນຊື່ນ​ຕາມ​ປະເພນີ.

ປະເພນີແຫ່ຜາສາດເຜີ້ງເປັນພິທີກຳທາງສາສະໜາ, ແມ່ນວັດທະນະທໍາອັນດີງາມທີ່ສະແດງເຖິງຄວາມພາກພຽນການປະດິດຄິດສ້າງ ແລະການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ, ໂດຍສະເພາະແມ່ນປະຊາຊົນຊາວນະຄອນຫຼວງວຽງຈັນທີ່ສືບທອດກັນມາແຕ່ບູຮານນະການ, ໂດຍແຕ່ລະປີໄດ້ມີການຈັດຂຶ້ນໃນວັນຂຶ້ນ 14 ຄໍ່າ ເດືອນ 12 ຂອງງານສະເຫລີມສະຫຼອງບຸນນະມັດສະການພະທາດຫລວງ ເພື່ອເປັນການສືບສານວັດທະນະທຳອັນດີງາມໃຫ້ຄົງຢູ່ກັບປະຊາຊົນລາວຕະຫລອດໄປ.

ເນື້ອໃນ: ຂປລ