leftcenterrightdel
 
leftcenterrightdel
 
leftcenterrightdel
                          ທົ່ງໄຫຫີນຢູ່ແຂວງ ຊຽງຂວາງ. ພາບ: aotour2.blogspot.com.

ທົ່ງໄຫຫີນແມ່ນສະຖານທີ່ທ່ອງທ່ຽວທໍາອິດຂອງແຂກທ່ອງທ່ຽວເມື່ອໄປທ່ຽວຊົມແຂວງ ຊຽງຂວາງ. ນີ້ແມ່ນເຂດວັດທະນະທໍາປະຫວັດສາດທີ່ມີຊື່ສຽງຂອງລາວ. ທົ່ງໄຫຫີນຕັ້ງຢູ່ໃກ້ກັບນະຄອນຄຳມ່ວນ, ເທິງພູພຽງ ຊຽງຂວາງ, ຢູ່ທີ່ນີ້ມີໄຫຫີນໃຫຍ່, ນ້ອຍນັບພັນໜ່ວຍ. ຕາມບັນດານັກວິທະຍາສາດແລ້ວບັນດາໄຫຫີນຢູ່ທີ່ນີ້ໄດ້ມີມາກ່ອນນີ້ປະມານ 1500-2000 ປີ. ທົ່ງໄຫຫີນເຄີຍເປັນສະໜາມຮົບອັນດຸເດືອດທີ່ສຸດໃນສະໄໝສົງຄາມຕ້ານຈັກກະພັດອາເມລິກາ ຂອງສາມປະເທດອິນດູຈີນ.

leftcenterrightdel
                                ເມືອງ ຄຳ. ພາບ: toptendulichlao.com.
leftcenterrightdel
                                       ເມືອງ ຄຳ. ພາບ: blog.traveloka.com

ເມືອງ ຄຳ ຈະແມ່ນສະຖານທີ່ທ່ອງທ່ຽວທີ່ສອງຢູ່ແຂວງ ຊຽງຂວາງ, ນີ້ແມ່ນບ່ອນຢູ່ອາໄສຂອງຊາວເຜົ່າມົ້ງ, ເມືອງຄໍາ ທີ່ສະຫງົບງຽບຕິດກັບພູເບ້ຍ-ແມ່ນຈອມພູສູງສຸດຂອງລາວ. ເມືອງຄໍາ ມີຊື່ສຽງດ້ວຍແມ່ນບໍ່ນໍ້າຮ້ອນທີ່ມີອຸນຫະພູມສູງເຖິງ 60 ໍC. ຄຽງຂ້າງນັ້ນເມືອງຄໍາ ກໍ່ລືຊື່ດ້ວຍຖໍ້າຫຼາຍແຫ່ງ. ໃນສະໄໝຕ້ານຈັກກະພັດອາເມລິກາ ນີ້ແມ່ນບັນດາໂຮງໝໍສະໜາມ, ຖ້ຳໃຫຍ່ ແລະສວຍງາມທີ່ສຸດແມ່ນຖໍ້າປິວ.

leftcenterrightdel
 
leftcenterrightdel
                                 ທາດຝຸ່ນ. ພາບ: toptendulichlao.com.

ທາດຝຸ່ນແມ່ນສະຖານທີ່ທ່ອງທ່ຽວທີ່ສາມຢູ່ຊຽງຂວາງ ເຊິ່ງແຂກທ່ອງທ່ຽວຄວນສະຫງວນເວລາມາຢ້ຽມຢາມ. ຕັ້ງຢູ່ໃຈກາງຂອງເມືອງຄູນ, ແຫ່ງທີ່ມີທັດສະນີຍະພາບທໍາມະຊາດສວຍງາມດັ່ງໃນຝັນ, ທາດຝຸ່ນສູງ 30 ແມັດ ແລະໄດ້ຮັບການກໍ່ສ້າງແຕ່ປີ 1576, ແມ່ນສະຖານທີ່ຝັງອັດຖິບັນດາພະພຸດທະເຈົ້າທີ່ນຳມາຈາກອິນເດຍ.

leftcenterrightdel
 
leftcenterrightdel
 
leftcenterrightdel
                              ວັດເພຍວັດ. ພາບ: raolaungmaunglaos.com

ວັດເພຍວັດ ແມ່ນສະຖານທີ່ທ່ອງທ່ຽວທີ່ສີ່ ເຊິ່ງແຂກທ່ອງທ່ຽວຄວນສະຫງວນເວລາແວ່ຢາມ. ວັດຕັ້ງຢູ່ເມືອງຄູນ, ຫ່າງຈາກເທດສະບານແຂວງ ຊຽງຂວາງ ປະມານ 30 ກິໂລແມັດ, ເປັນວັດທີ່ສ້າງຕັ້ງຂຶ້ນກ່ອນໝູ່ໃນດິນແດນເມືອງພວນ; ໃນປີ ຈສ 744, ມາຮອດປັດຈຸບັນປີ ຄສ 2018 ມີອາຍຸໄດ້ 687 ປີ.

ແຕ່ລະປີຢູ່ທີ່ນີ້ໄດ້ດຶງດູດແຂກທ່ອງທ່ຽວ ແລະພຸດທະສາສະນິກກະຊົນ ມາທ່ອງທ່ຽວ ແລະນະມັດສະການເປັນຈໍານວນຫຼວງຫຼາຍ.

ແປໂດຍ: ຫງວຽນກຸກ