ທ່ານ ເລວັນກຸ໋ຍ, ຮອງປະທານຄະນະກໍາມະການປະຊາຊົນ ແຂວງ ດ້ຽນບຽນ, ການນໍາຄະນະກໍາມະການປະຊາຊົນ ເມືອງ ພ້ອມກັບປະຊາຊົນໄດ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

leftcenterrightdel
ພິທີການເຫຼື້ອມໃສພື້ນເມືອງຂອງປະຊາຄົມຊົນເຜົ່າລາວຢູ່ບ້ານ ນາຣາງ 1, ຕາແສງ ນົ໋ວງາມ. ພາບ: ສໍານັກຂ່າວສານຫວຽດນາມ.

ບຸນຫົດນ້ຳແມ່ນບຸນປີໃໝ່ທີ່ເປັນປະເພນີຂອງປະຊາຄົມຊົນເຜົ່າລາວໃນບໍລິເວນບ້ານ ນາຣາງ 1. ນັບແຕ່ປີ 2015, ບຸນຫົດນ້ຳເຊິ່ງປະຊາຄົມບ້ານ ນາຣາງ 1 ໄດ້ຈັດຕັ້ງກົງກັບໂອກາດບຸນປີໃໝ່ປະຈໍາຊາດຂອງຄົນລາວ (ແຕ່ວັນທີ 14 ຫາວັນທີ 16 ເມສາ). ວັນທີ 11 ກັນຍາ 2017, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໄດ້ປະກາດໃຊ້ຂໍ້ຕົກລົງ ເລກທີ 3421/QĐ-BVHTTDL ຮັບຮອງເອົາບຸນຫົດນ້ຳເປັນມໍລະດົກທາງດ້ານວັດທະນະທໍານາມມະທໍາແຫ່ງຊາດ ປະເພດງານບຸນທີ່ເປັນມູນເຊື້ອ.

leftcenterrightdel
ວາດພາບການລະຫຼີ້ນພື້ນເມືອງໃນບຸນຫົດນ້ຳຂອງປະຊາຄົມຊົນເຜົ່າລາວ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ມອບໃບຢັ້ງຢືນຮັບຮອງມໍລະດົກທາງດ້ານວັດທະນະທໍານາມມະທໍາແຫ່ງຊາດ ບຸນຫົດນ້ຳຂອງປະຊາຄົມຊົນເຜົ່າລາວ ຢູ່ບ້ານ ນາຣາງ 1, ຕາແສງ ນົ໋ວງາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຮ່າວັນພຽງ, ຮອງປະທານຄະນະກໍາມະການປະຊາຊົນ ເມືອງ ດ້ຽນບຽນ ໃຫ້ຮູ້ວ່າ: ບຸນຫົດນ້ຳຂອງຄົນລາວ ຢູ່ບ້ານ ນາຣາງ 1, ຕາແສງ ນົ໋ວງາມ, ເມືອງ ດ້ຽນບຽນ ໄດ້ປະກອບສ່ວນຢັ້ງຢືນວິວັດການຍືນຍົງຄົງຕົວ, ການພັດທະນາຂອງປະຊາຄົມຊົນເຜົ່າລາວໃນບໍລິເວນ, ພ້ອມກັນນັ້ນແມ່ນການສ້າງສີສັນວັດທະນະທໍາຂອງຊາດ, ໃນນັ້ນມີຮີດຄອງປະເພນີບູຊາບັນພະບຸລຸດ...

leftcenterrightdel
ພິທີການໄປຂໍນໍ້າ, ເພື່ອພາວະນາຂໍໃຫ້ປີໃໝ່ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູເກັບກ່ຽວໄດ້ຮັບຜົນດີ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ບຸນຫົດນ້ຳຂອງຊົນເຜົ່າລາວຢູ່ນ້ຳຫ້ວຍໄຫຼທີ່ໄຫຼໄປຕາມບ້ານ ນາຣາງ 1. ພາບ: ສໍານັກຂ່າວສານຫວຽດນາມ. 

ເລື່ອງຮັບຮອງເອົາບຸນຫົດນ້ຳເປັນມໍລະດົກທາງດ້ານວັດທະນະທໍານາມມະທໍາແຫ່ງຊາດ ແມ່ນປະຖົມປັດໄຈເພື່ອໃຫ້ຕາແສງ ນົ໋ວງາມ ເວົ້າລວມ, ບ້ານ ນາຣາງ 1 ເວົ້າສະເພາະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນເພື່ອພັດທະນາການທ່ອງທ່ຽວປະຊາຄົມ.

ໃນບັນຍາກາດບຸນຫົດນ້ຳ, ພໍ່ແມ່ປະຊາຊົນ ແລະນັກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າໃນບັນດາພິທີການທີ່ເປັນມູນເຊື້ອຂອງຄົນລາວຢູ່ບ້ານນາຣາງ 1. ໃນຊຸມວັນດໍາເນີນບຸນຫົດນ້ຳ, ນັກທ່ອງທ່ຽວພ້ອມກັບພໍ່ແມ່ປະຊາຊົນຍັງເຂົ້າຮ່ວມບັນດາການລະຫຼີ້ນພື້ນເມືອງ ໂດຍເລີ່ມມາຈາກການດຳລົງຊີວິດ, ອອກແຮງງານທຳການຜະລິດ...

 

ແປໂດຍ: ກວຽດເຕີມ