ກ່າວຄໍາເຫັນທີ່ການປະຊຸມຂ່າວ, ທ່ານລັດຖະມົນຕີ ບໍ່ແສງຄໍາ ວົງດາລາ ໃຫ້ຮູ້ວ່າ “ສຽງແຄນລາວ” ໄດ້ຮັບການສືບທອດຈາກຮຸ່ນຄົນນີ້ໄປສູ່ຮຸ່ນຄົນອື່ນ ແລະກາຍເປັນສັນຍະລັກດ້ານວັດທະນະທໍາແຫ່ງຊາດຂອງປະຊາຊົນລາວ. “ສຽງແຄນລາວ” ໄດ້ຮັບການຮັບຮອງເປັນມໍລະດົກທາງດ້ານວັດທະນະທໍານາມມະທໍາຂອງມວນມະນຸດຄັ້ງນີ້ເປັນຄວາມພາກພູມໃຈບໍ່ພຽງແຕ່ຂອງປະຊາຊົນ ລາວ ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງເປັນຄວາມພາກພູມໃຈຂອງປະຊາຊົນລາວ ທີ່ກໍາລັງດໍາລົງຊີວິດໃນທົ່ວໂລກອີກດ້ວຍ. ສະນັ້ນ, ປະຊາຊົນລາວບັນດາເຜົ່າຕ້ອງສືບຕໍ່ປົກປັກຮັກສາ ແລະພັດທະນາເພື່ອໃຫ້ “ສຽງແຄນລາວ” ເປັນສັນຍະລັກແຫ່ງໄຊຊະນະຕະຫຼອດໄປ.

leftcenterrightdel
ທ່ານ ບໍ່ແສງຄໍາ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ຈັດຕັ້ງການປະຊຸມຂ່າວປະກາດ “ສຽງແຄນລາວ” ໄດ້ຮັບການຮັບຮອງຈາກ ຢູແນສໂກ ວ່າເປັນມໍລະດົກທາງດ້ານວັດທະນະທໍານາມມະທໍາຂອງມວນມະນຸດ. ພາບ: ສໍານັກຂ່າວສານຫວຽດນາມ.

ເລື່ອງ “ສຽງແຄນລາວ” ໄດ້ຮັບການຮັບຮອງຈາກ ຢູແນສໂກ ວ່າເປັນມໍລະດົກທາງດ້ານວັດທະນະທໍານາມມະທໍາຂອງມວນມະນຸດຢ່າງເປັນທາງການນັ້ນ, ໄດ້ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ ແລະລັດຖະບານ ລາວ ໃນການຄຸ້ມຄອງ, ປົກປັກຮັກສາ ແລະນໍາໃຊ້ມໍລະດົກແຫ່ງຊາດ.

leftcenterrightdel
ບັນດານັກສິລະປິນ ສະແດງສິລະປະພ້ອມກັບແຄນລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ພິທີສະຫຼອງວັນ “ສຽງແຄນລາວ” ໄດ້ຮັບການຮັບຮອງເປັນມໍລະດົກທາງດ້ານວັດທະນະທໍານາມມະທໍາຂອງມວນມະນຸດ ໄດ້ຮັບການຈັດຕັ້ງຢ່າງເປັນທາງການໃນວັນທີ 11 ເມສາ ຈະມາເຖິງຢູ່ນະຄອນຫຼວງ ວຽງຈັນ. ທີ່ພິທີສະຫຼອງຈະມີລາຍການແຫ່ແຄນໄປອ້ອມສະຖານທີ່ສໍາຄັນທີ່ມີຄວາມໝາຍປະຫວັດສາດຕ່າງໆຄື: ອະນຸສາວະລີເຈົ້າຟ້າງຸ່ມ, ອະນຸສາວະລີນັກຮົບນິລະນາມ, ອະນຸສາວະລີ ປະທານ ໄກສອນ ພົມວິຫານ ແລະແຫ່ຜ່ານຖະໜົນສໍາຄັນສາຍຕ່າງໆ.

 

ແປໂດຍ: ຮວ່າງເຈື່ອງ