ໃນຂອບເຂດບັນດາການເຄື່ອນໄຫວຂອງພິທີບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ ປີ 2017, ທີ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ (ແຂວງ ຝູ໋ເຖາະ) ໄດ້ດໍາເນີນພິທີແຫ່ກ້ຽວ ແລະຖະຫວາຍເຄື່ອງຂອງບູຊາເຂົ້າຕົ້ມເຂົ້າໜົມໄຢ່ຢູ່ ວິຫານຮຸ່ງ.

ເຂົ້າຮ່ວມພິທີແຫ່ກ້ຽວ ແລະຖະຫວາຍເຄື່ອງຂອງບູຊາຕໍ່ບັນດາເຈົ້າຊີວິດຮຸ່ງ ປີນີ້ແມ່ນ 5 ຄະນະແຫ່ຂອງບັນດາຕາແສງ, ເທດສະບານເມືອງເຂດແຄມ ວິຫານຮຸ່ງ ເຊິ່ງລວມມີ: ຈູຫວາ, ຮຸ່ງໂລ, ກີມດຶກ (ນະຄອນ ຫວຽດຈີ), ຕຽນກຽນ, ຮຸ່ງເຊີນ (ເມືອງ ເລິມທາວ).

leftcenterrightdel
ພິທີແຫ່ກ້ຽວ ແລະຖະຫວາຍເຄື່ອງຂອງບູຊາເຂົ້າຕົ້ມເຂົ້າໜົມໄຢ່ຢູ່ວິຫານຮຸ່ງ. ພາບ: TTXVN

ແລະກໍ່ໃນວັນດຽວກັນ, ທີ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ ກໍ່ໄດ້ດໍາເນີນການເຄື່ອນໄຫວວັດທະນະທໍາທີ່ເປັນເອກະລັກສະເພາະຫຼາຍຢ່າງຄື: ຂັບຊວານ, ການແຂ່ງຂັນກິລາພື້ນເມືອງ, ການສະແດງສິລະປະພື້ນເມືອງ… ຈຸດພົ້ນເດັ່ນໃນນັ້ນແມ່ນການແຂ່ງຂັນຫໍ່, ຕົ້ມເຂົ້າຕົ້ມ, ຕຳເຂົ້າໜົມໄຢ່ ຝູ໋ເຖາະ ເປີດກວ້າງປີ 2017.

ແປໂດຍ: ຈາງຫງວຽນ