ໂດຍມີການເຂົ້າຮ່ວມຂອງທ່ານ ຫວໍ໋ວັນເຖືອງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ.

ກ່າວຄໍາເຫັນໄຂບັນດາການເຄື່ອນໄຫວຂອງວັນບຸນວັດທະນະທໍາບັນດາເຜົ່າ ຫວຽດນາມ, ທ່ານ ຫງວຽນຫງອກຖ້ຽນ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ, ເນັ້ນໜັກວ່າ: ບັນດາການເຄື່ອນໄຫວຊົມເຊີຍວັນບຸນວັດທະນະທໍາບັນດາເຜົ່າ ຫວຽດນາມ ປີ 2017 ໄດ້ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງນັກກິລາ, ສະມາຊິກຂອງສະໂມສອນ, ນັກສິລະປິນ ແລະພໍ່ແມ່ປະຊາຊົນບັນດາເຜົ່າທີ່ມາຈາກຫຼາຍທ້ອງຖິ່ນເປັນຈຳນວນຫຼວງຫຼາຍ.... ປະກອບສ່ວນສ້າງວັດທະນະທໍາມີສີສັນຫຼາກຫຼາຍ, ເຕັມໄປດ້ວຍພະລັງຊີວິດຂອງປະຊາຄົມບັນດາເຜົ່າ ຫວຽດນາມ ຢູ່ “ຊາຍຄາລວມ”-ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າ ຫວຽດນາມ.

leftcenterrightdel
ລາຍການສະແດງສິລະປະຕ້ອນຮັບວັນບຸນວັດທະນະທໍາບັນດາເຜົ່າ ຫວຽດນາມ. ພາບ: ຢຸຍວັນ-ຊອງຮ່າ

ລາຍການສະແດງສິລະປະຊົມເຊີຍວັນບຸນວັດທະນະທໍາບັນດາເຜົ່າ ຫວຽດນາມ ມີທັງໝົດ 6 ພາກສ່ວນຊຶ່ງໄດ້ວາດພາບການດໍາລົງຊີວິດການອອກແຮງງານທຳການຜະລິດຢ່າງມີຊີວິດຊີວາ, ການຕໍ່ສູ້ສ້າງສາ ແລະປົກປັກຮັກສາປະເທດຊາດຂອງປະຊາຄົມບັນດາເຜົ່າ ຫວຽດນາມ. ຜ່ານບັນດາທໍານອງເພງພື້ນເມືອງ, ລາຍການສະແດງສິລະປະໄດ້ແນະນໍາບັນດາຈຸດທີ່ມີສີສັນສະເພາະໃນວັດທະນະທໍາຂອງບັນດາເຜົ່າທີ່ພົ້ນເດັ່ນຂອງປະຊາຄົມ 54 ຊົ່ນເຜົ່າອ້າຍນ້ອງ. ຈາກສະພາບການຕົວຈິງໃນຊີວິດການເປັນຢູ່ໄດ້ປະສົມກົມກຽວກັບທໍາມະຊາດ, ສິ່ງແວດລ້ອມຢ່າງມີຊີວິດຊີວາ, ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ມີຫົວຄິດປະດິດສ້າງບັນດາເຄື່ອງດົນຕີພື້ນເມືອງທີ່ເປັນເອກະລັກສະເພາະ ແລະບັນດາບົດເພງມີການປະສານສຽງຂອງພູຜາປ່າໄມ້, ສ້າງຄວາມແໜ້ນໜາທີ່ເປັນມູນເຊື້ອດ້ານວັດທະນະທໍາ.

ເນື່ອງໃນໂອກາດນີ້, ທີ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ໄດ້ດໍາເນີນບັນດາການເຄື່ອນໄຫວວັດທະນະທໍາທີ່ມີສີສັນສະເພາະຄື: ງານວາງສະແດງໄມ້ໄຜ່, ໄມ້ເຮ້ຍໃນຊີວິດການເປັນຢູ່ທາງດ້ານດົນຕີພື້ນເມືອງ ຫວຽດນາມ; ແນະນໍາເຄື່ອງສິລະປະຫັດຖະກໍາຈາກໄມ້ໄຜ່, ໄມ້ເຮ້ຍ; ສະແດງການປໍ້າພື້ນເມືອງ; ວາດພາບບັນດາພິທີກຳພື້ນເມືອງຂອງພີ່ນ້ອງປະຊາຊົນຊົນເຜົ່າສ່ວນໜ້ອຍຈໍານວນໜຶ່ງ...

ບັນດາການເຄື່ອນໄຫວວັນບຸນວັດທະນະທໍາບັນດາເຜົ່າ ຫວຽດນາມ ຈະແກ່ຍາວຮອດ ວັນທີ 23 ເມສາ

ແປໂດຍ: ຫງວຽນກຸກ