ເມື່ອມາງານບຸນ, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບສີສັນຂອງດອກບັກວິດສີອິດ ແລະສີບົວ; ນຸ່ງຊຸດອາພອນທີ່ເປັນມູນເຊື້ອດ້ວຍສີສັນຫຼາກຫຼາຍ, ລວດລາຍຂອງພູຜາປ່າໄມ້ ຫຼືໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະພິເສດຂອງຊົນເຜົ່າ ມົ້ງ. ຂ້າງລຸ່ມນີ້ແມ່ນບັນດາຮູບພາບທີ່ເປັນເອກະລັກສະເພາະຈາກວັນບຸນວັດທະນະທໍາຂອງຊົນເຜົ່າ ມົ້ງ ຢູ່ນະຄອນຫຼວງ ຮ່າໂນ້ຍ.

leftcenterrightdel
ບັນດາຈຸດທີ່ເປັນເອກກະລັກສະເພາະໃນວັດທະນະທໍາຊົນເຜົ່າ ມົ້ງ ຄື ຟ້ອນແຄນ ແມ່ນໄດ້ຮັບຄວາມເມົາມົວຄົ້ນຫາຈາກນັກທ່ອງທ່ຽວ. ພາບ: ມິງຮວ່າຍ
leftcenterrightdel
ນາງ ວື່ທິມໍ ສະແດງການຕໍ່າແພພື້ນເມືອງ ດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວ. ພາບ: ມິງຮວ່າຍ
leftcenterrightdel
 ບັນດາເພື່ອນໜຸ່ມຊາຍນິຍົມນຸ່ງຊຸດອາພອນທີ່ເປັນມູນເຊື້ອຂອງຊົນເຜົ່າ ມົ້ງ ແລະຖ່າຍຮູບພ້ອມກັບດອກບັກວິດ. ພາບ: ມິງຮວ່າຍ

ແປໂດຍ: ຮວ່າງເຈື່ອງ