ນີ້ແມ່ນເທື່ອທີສາມທີ່ໝູ່ບ້ານອາຊີບແພໄໝ ໂຮ້ຍອານ ໄດ້ຈັດຕັ້ງ festival ເພື່ອແນໃສ່ເຊີດຊູວັດທະນະທໍາອາຊີບປູກມອນລ້ຽງມ້ອນ, ຕໍ່າແພໄໝທີ່ເປັນມູນເຊື້ອ, ເຊື່ອມຈອດ, ພົບປະແລກປ່ຽນວັດທະນະທໍາ ແລະຊອກຫາຕະຫຼາດ. ບ້ານແພໄໝ ໂຮ້ຍອານ ໄດ້ສືບທອດອາຊີບຜະລິດ ແລະສົ່ງອອກແພໄໝທີ່ເປັນມູນເຊື້ອແຕ່ 300 ປີກ່ອນນີ້ຢູ່ ໂຮ້ຍອານ ດ້ວຍຄວາມຫວັງເປັນຂົວເຊື່ອມຕໍ່ນໍາເອົາແພໄໝ ຫວຽດນາມ ອອກສູ່ຕະຫຼາດສາກົນຜ່ານບັນດາການເຄື່ອນໄຫວເຊີດຊູວັດທະນະທໍາແພໄໝທີ່ເປັນມູນເຊື້ອ, ກໍ່ສ້າງສູນການຄ້າຈໍາໜ່າຍແພໄໝໃນທົ່ວປະເທດ. ນັກຂ່າວໜັງສືພິມກອງທັບປະຊາຊົນ ຫວຽດນາມ ແນະນໍາຮູບພາບການເຄື່ອນໄຫວຈໍານວນໜຶ່ງຢູ່ບ້ານແພໄໝ ໂຮ້ຍອານ.

leftcenterrightdel
ນັກສິລະປິນເບິ່ງແພພື້ນເມືອງແຕ່ລະເສັ້ນຢ່າງລະອຽດ. ພາບ: ຫງວຽນແອງເຊີນ
leftcenterrightdel
ນາງສາວກັບກີ່ຕໍ່າຫູກ. ພາບ: ຫງວຽນແອງເຊີນ
leftcenterrightdel

ແຂກທ່ອງທ່ຽວຢ້ຽມຊົມຜະລິດຕະພັນແພໄໝ, ແພພື້ນເມືອງ. ພາບ: ຫງວຽນແອງເຊີນ

ແປໂດຍ: ເກື່ອງດັ້ງ