leftcenterrightdel
ນັກສິລະປິນເອເດ, ແຂວງດັກລັກ ບັນເລງດົນຕີຄ້ອງທີ່ພິທີໄຂງານສະແດງຫຼໍ່ຄ້ອງເອເດ. ພາບ: ບີ່ງດີ້ງ.

ທີ່ພິທີ, ນັກສິລະປິນ 10 ຄົນຂອງໝູ່ບ້ານອາຊີບຫຼໍ່ທອງເຝືອກກ່ຽວ, ຕາແສງດ້ຽນເຟືອງ, ເທດສະບານແຂວງດ້ຽນບ່ານ, ແຂວງກວາງນາມ ໄດ້ທຳການສະແດງຂັ້ນຕອນການຫຼໍ່ຄ້ອງນັບແຕ່ຂອດການເຜົາວັດຖຸດິບ, ຖອກລົງເບົ້າຈົນຮອດຂັ້ນຕອນການສ້າງເປັນຊຸດຄ້ອງເອເດໂດຍສົມບູນແບບ. ຫຼັງຈາກນັ້ນ, ຊຸດຄ້ອງໄດ້ຮັບການປັບສຽງຈາກບັນດານັກສິລະປິນເອເດ ເພື່ອໃຫ້ເໝາະສົມກັບການບັນເລງດົນຕີບັນດາບົດຄ້ອງຂອງຊົນເຜົ່າເອເດ.

ໝູ່ບ້ານອາຊີບຫຼໍ່ທອງເຝືອກກ່ຽວມີມາແຕ່ຕົ້ນສະຕະວັດທີ 17, ໄດ້ຮັບການສ້າງຕັ້ງ ແລະພັດທະນາເປັນເວລາກວ່າ 400 ປີມານີ້. ມາຮອດປະຈຸບັນ, ໝູ່ບ້ານອາຊີບຫຼໍ່ທອງເຝືອກກ່ຽວ ໄດ້ສະໜອງຄ້ອງປະເພດຕ່າງໆກວ່າ 4.000 ຊຸດໃຫ້ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍຢູ່ເຂດໄຕງວຽນ, ເປັນການປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະເສີມຂະຫຍາຍມໍລະດົກວັດທະນະທຳຄ້ອງໄຕງວຽນ.

ໂດຍ: ເຈິ່ນຮວ່ຽນ