ເຂົ້າຮ່ວມລາຍການທ່ອງທ່ຽວ ກວານເຊີນ - ວຽງໄຊ, ແຂກທ່ອງທ່ຽວຈະໄດ້ຢ້ຽມຊົມງານຕະຫຼາດນັດລະດູບານໃໝ່; ສໍາຫຼວດເຂດທ່ອງທ່ຽວປະຊາຄົມ ບ້ານງ່າມ; ຈັບປາເທິງແມ່ນໍ້າລ່ວງ ແລະເຂົ້າຮ່ວມລາຍການພົບປະແລກປ່ຽນສິລະປະ, ເຂົ້າຮ່ວມງານບຸນ ເມືອງເຊຍ, ລັ່ນຄ້ອງໄຂງານບຸນ...

leftcenterrightdel
ງານບຸນເມືອງເຊຍ ແມ່ນງານບຸນສໍາຄັນພິເສດຂອງຊາວເຜົ່າໄທ ຈະໄດ້ວາດພາບໃນລາຍການຄົ້ນຫາລາຍການທ່ອງທ່ຽວ ກວານເຊີນ - ວຽງໄຊ ຂອງແຂກທ່ອງທ່ຽວ. ພາບ: baothanhhoa.vn

ນອກຈາກນີ້, ແຂກທ່ອງທ່ຽວຍັງເຂົ້າຮ່ວມການສໍາຫຼວດບັນດາເຂດ, ສະຖານທີ່ທ່ອງທ່ຽວຢູ່ເມືອງວຽງໄຊ, ແຂວງຫົວພັນ, ປະເທດລາວ; ເຂົ້າຮ່ວມງານພົບປະແລກປ່ຽນສິລະປະ ແລະງານປະກວດສາວນ້ອຍໃນຊຸດອາພອນປະຈໍາເຜົ່າ; ເຂົ້າຮ່ວມງານຕະຫຼາດນັດເຂດພູສູງຢູ່ດ່ານສາກົນນາແມວ...

ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ໂຄສະນາ, ແນະນໍາການທ່ອງທ່ຽວ ກວານເຊີນ - ວຽງໄຊ; ເພີ່ມທະວີການເຊື່ອມຕໍ່ກັບບັນດາບໍລິສັດທ່ອງທ່ຽວ ໃນການຊຸກຍູ້ການສໍາຫຼວດ, ອອກແບບບັນດາລາຍການທ່ອງທ່ຽວເພື່ອແນໃສ່ດຶງດູດແຂກທ່ອງທ່ຽວພາຍໃນ ແລະຕ່າງປະເທດ, ເປີດໂອກາດດຶງດູດການລົງທຶນ ແລະການພັດທະນາສະຖານທີ່ທ່ອງທ່ຽວ; ພ້ອມທັງຢັ້ງຢືນຄວາມສະໜິດຕິດພັນ, ໝັ້ນແກ່ນ, ປັບປຸງຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງ 2 ແຂວງແທງຮວ໋າ - ຫົວພັນ ເວົ້າລວມ ແລະ 2 ເມືອງ ກວານເຊີນ - ວຽງໄຊ ເວົ້າສະເພາະ.

ໂດຍ: ໄຊຊະນະ