leftcenterrightdel
ຮູບພາບຂົວຄໍາດ່ານັ້ງ ທ່ີໄດ້ແນະນໍາໃນຊ່ອງໂທລະພາບ CNN ແລະ BBC. ພາບ: caa.gov.vn.

ຮູບເງົາໄດ້ສາຍດ້ວຍພາສາ: ຫວຽດນາມ, ອັງກິດ, ເຢຍລະມັນ, ຝະລັ່ງ, ຈີນ, ສ.ເກົາຫຼີ ແລະຍີ່ປຸ່ນ. ໃນເວລາໜຶ່ງນາທີ, ບັນດາສະຖານທີ່ພົ້ນເດັ່ນຂອງຫວຽດນາມ ຄ່ອຍປະກົດອອກຜ່ານຮູບເງົາແຕ່ລະຕອນ: ຈາກແມ່ນໍ້າຂອງທີ່ມັ່ງຄັ່ງ ແລະອຸດົມຮັ່ງມີຕະຫຼອດຮອດຖໍ້າເຊີນດ່ອງ ທີ່ງາມແບບເລິກລັບ; ນະຄອນໂຮ່ຈິມິນ ທີ່ຄຶກໂຄມໜາແໜ້ນຕະຫຼອດຮອດ ນະຄອນດ່ານັ້ງ ທີ່ເປັນເອກະລັກສະເພາະ; ຈາກ ອ່າວຮ້າລອງ ທີ່ມະຫັດສະຈັນ, ໃຫຍ່ໂຕມະໂຫຖານ ຈົນຮອດ ນະຄອນຫຼວງຮ່າໂນ້ຍ ແຫ່ງອະລິຍະທຳທີ່ມີມາແຕ່ນັບພັນປີ... ທັງໝົດເຫຼົ່ານັ້ນໄດ້ແນະນຳໃຫ້ນັກທ່ອງທ່ຽວທົ່ວໂລກໄດ້ຮູ້ຈັກເຖິງປະເທດຫວຽດນາມ ແຫ່ງສັນຕິສຸກ, ສວຍງາມ ແລະເຕັມໄປດ້ວຍສິ່ງມະຫັດສະຈັນ.

ໂດຍ: ເຈິ່ນຮວ່ຽນ