ໃນຫຼາຍປີຜ່ານມາ, ຫວຽດນາມ ໄດ້ພິສູດໃຫ້ເຫັນຄວາມສາມາດໃນການຈັດຕັ້ງບັນດາກອງປະຊຸມສຸດຍອດປະສົບ ຜົນສຳເລັດກໍຄືບັນດາເຫດການທາງການເມືອງໃຫຍ່ ແລະຮ່າໂນ້ຍ ແມ່ນໜຶ່ງໃນບັນດາສະຖານທີ່ໄດ້ຮັບບຸລິມະສິດໃນການເລືອກເຟັ້ນທໍາອິດ. ນະຄອນຫຼວງຮ່າໂນ້ຍ ດ້ວຍປະຫວັດສາດແຫ່ງອະລິຍະທໍານັບພັນປີຍາມໃດກໍນຳມາໃຫ້ທຸກໆຄົນຄວາມປອດໄພດ້ວຍຄວາມສະຫງົບສຸກ, ໃກ້ຊິດສະໜິດສະໜົມ ແລະເປັນມິດທີ່ເຄີຍມີມາ.

ໃນສາຍຕາຂອງເພື່ອນມິດ ແລະແຂກທ່ອງທ່ຽວສາກົນ, ຮ່າໂນ້ຍ ມີຄວາມສະຫງົບສຸຸກທີ່ສຸດ ແລະຄວາມສວຍງາມໄດ້ດຶງດູດຈິດໃຈ. ຄວາມເກົ່າແກ່ປະສົມປະສານກັບຄວາມເປັນໄວໜຸ່ມ, ທັນສະໄໝ; ຄວາມຝັງເລິກໃນດວງໃຈໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດທີ່ມີຊີວິດຊີວາໄດ້ເຮັດໃຫ້ຮ່າໂນ້ຍຍາມໃດກໍມີກຳລັງດຶງດູດພິເສດ. ຊາວຮ່າໂນ້ຍກໍຄືຊາວຫວຽດນາມແຕ່ດົນນານມາແລ້ວຍາມໃດກໍຮັກແຂກແພງຄົນ. ຮ່າໂນ້ຍໄດ້ຕ້ອນຮັບໝູ່ເພື່ອນ, ຍາດຕິພີ່ນ້ອງ, ແຂກທ່ອງທ່ຽວບໍ່ພຽງແຕ່ດ້ວຍຄວາມເປີດອົກເປີດໃຈ, ຈິງໃຈເທົ່ານັ້ນ, ຫາກຍັງສະຫງວນບັນດາສິ່ງທີ່ດີງາມທີ່ສຸດ, ສວຍງາມທີ່ສຸດໃຫ້ແຂກທ່ອງທ່ຽວອີກດ້ວຍ. ແຂກທ່ອງທ່ຽວເມື່ອມາຢ້ຽມຢາມຮ່າໂນ້ຍໄດ້ໄປຢ້ຽມຊົມບັນດາເຂດປູຊະນີຍະສະຖານທາງວັດທະນະທໍາ ແລະປະຫວັດສາດມີຄຸນຄ່າທີ່ເປັນເອກະລັກສະເພາະ; ໄດ້ຊີມບັນດາເຍື່ອງອາຫານສະເພາະຂອງຮ່າໂນ້ຍ. ວັດທະນະທໍາອາຫານການກິນຂອງນະຄອນຫຼວງຮ່າໂນ້ຍທີ່ເປັນຫຼາຍຮູບຫຼາຍແບບສາມາດຕອບສະໜອງຕາມຄວາມຮຽກຮ້ອງຂອງແຂກທ່ອງທ່ຽວທີ່ມາຈາກທຸກແຖບຖິ່ນ, ປະເທດຊາດ, ລວມທັງບັນດາປະເທດໃນໂລກ, ແຕ່ມັນຍັງຮັກສາໄດ້ຈຸດສະເພາະຂອງປະເທດຫວຽດນາມໄວ້.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ຮ່າໂນ້ຍມີຄວາມສະຫງົບທີ່ສຸດ ດັ່ັງນັ້ນບໍ່ວ່າໃຜທີ່ມາຢ້ຽມຢາມລ້ວນແຕ່ມີຄວາມຮູ້ສຶກປອດໄພ. ເຄີຍມີບັນດາປະມຸກລັດ, ບັນດານັກການເມືອງທີ່ມີຊື່ສຽງໄດ້ໄປແລ່ນ, ຍ່າງອ້ອມໜອງຮວ່ານກຽມ, ຍ່າງໄປຕາມຄຸ້ມຖະໜົນສາຍຕ່າງຢູ່ຮ່າໂນ້ຍ ເພື່ອຮັບຮູ້ໄດ້ຄວາມສວຍງາມຢູ່ທີ່ນີ້. ເຮົາກໍພົບປະກັບແຂກທ່ອງທ່ຽວມາຈາກ 5 ທະວີບທີ່ຍ່າງອ້ອມຮອບຮ່າໂນ້ຍໄດ້ຢ່າງງ່າຍດາຍດ້ວຍທຸກພາຫະນະທີ່ເຂົາເຈົ້າມີ, ໄປສະຖານທີ່ໃດໜຶ່ງທີ່ເຂົາເຈົ້າຕ້ອງການ, ກິນບໍ່ວ່າອາຫານໃດທີ່ເຂົາມັກ. ຊາວຮ່າໂນ້ຍ ຍາມໃດກໍໃກ້ຊິດສະໜິດສະໜົມກັບທຸກຄົນ. ເຂົາເຈ້ົາກຽມພ້ອມແນະນຳຊີ້ບອກທາງ, ແນະນໍາເມື່ອມີຜູ້ຢາກຖາມ, ຢາກອະທິບາຍສິ່ງທີ່ຂັດຂ້ອງ.

ເຫດການໃດ, ເຖິງວ່າແມ່ນຂອງນະຄອນຫຼວງ, ຂອງປະເທດ ຫຼື ຂອງສາກົນ, ນັບແຕ່ບັນດາອົງການເຈົ້າໜ້າທີ່ສູງສຸດລົງເຖິງປະຊາຊົນທຸກຄົນລ້ວນແຕ່ໄດ້ຮ່ວມແຮງຮ່ວມໃຈ, ປະກອບກໍາລັງເພື່ອໃຫ້ເຫດການນັ້ນໄດ້ຮັບການຈັດຕັ້ງປະຕິບັດໃຫ້ສໍາເລັດຢ່າງຈົບງາມ.

ກອງປະຊຸມສຸດຍອດ ສ.ອາເມລິກາ-ສປປ.ເກົາຫຼີ ໄດ້ຈັດຕັ້ງຢູ່ຮ່າໂນ້ຍຄັ້ງນີ້ກໍແມ່ນໂອກາດເພື່ອໃຫ້ທຸກຄົນໃຫ້ຄວາມສົນໃຈດ້ານການເມືອງ, ມີຄວາມສົນໃຈເຖິງບັນດາບັນຫາໃຫຍ່ຂອງໂລກພັດມີໂອກາດໄດ້ເຫັນປະຈັກຕາຮ່າໂນ້ຍໄດ້ຫັນປ່ຽນຢ່າງແຮງ.

ຮ່າໂນ້ຍ ເຄີຍໄດ້ຮັບຜົນສະທ້ອນຈາກການມ້າງເພທໍາລາຍຢ່າງໜັກໜ່ວງໃນຊຸມປີເດືອນໃນສະໄໝສົງຄາມຕ້ານພວກຮຸກຮານ, ປົກປັກຮັກສາປະເທດຊາດ, ແຕ່ວ່າຊາວນະຄອນຫຼວງຍາມໃດກໍມີເຈດຈໍານົງ, ຄວາມຄາດຫວັງບືນຕົວຂຶ້ນ, ສ້າງນະຄອນຫຼວງໃຫ້ຮັ່ງມີເຂັ້ມແຂງ. ຮ່າໂນ້ຍແມ່ນບ່ອນທີ່ມີການພັດທະນາທີ່ຂະຫຍັນຂັນເຄື່ອນ, ແມ່ນໜຶ່ງໃນບັນດາຮູບແບບຂອງການພັດທະນາ. ຮ່າໂນ້ຍ, ນະຄອນຫຼວງຂອງປະເທດຫວຽດນາມ-ນະຄອນເພື່ອສັນຕິພາບ.

ໂດຍ: ດັ້ງເກື່ອງ