leftcenterrightdel
ລາຍການໄຂງານບຸນດອກຄາຍໂດຍເມືອງແມ່ວວາກຈັດຕັ້ງຢ່າງໃຫຍ່ໂຕ. ພາບ: phapluatplus.vn.

ໃນຂອບເຂດງານບຸນມີລາຍການສະແດງສິລະປະດ້ວຍຫົວຂໍ້ “ສີສັນຢູ່ພູພຽງຫີນ” ແລະລາຍການພົບປະແລກປ່ຽນສິລະປະສົ່ງທະຫານໃໝ່ອອກເດີນທາງໄປເປັນທະຫານພັນທະປີ 2019. ນອກຈາກນັ້ນ, ໃນຕະຫຼອດສອງວັນທີ່ດໍາເນີນງານບຸນ (ວັນທີ 21 ແລະ 22 ກຸມພາ) ໄດ້ມີບັນດາລາຍການສະແດງສິລະປະ, ຄື: ຟ້ອນລໍາທຳເພງ, ເປົ່າແຄນມົງ; ການພົບປະແລກປ່ຽນຂັບກ້ຽວກັນດ້ວຍບັ້ງໄມ້ໄຜ່... ໃນໂອກາດນີ້, ເມືອງແມ່ວວາກ ຈະຈັດຕັ້ງກອງປະຊຸມພົບປະສັງສັນລະຫວ່າງບັນດາອົງການຄຸ້ມຄອງລັດ, ວິສາຫະກິດ, ບັນດາອົງການຈັດຕັ້ງ, ບຸກຄົນທີ່ເຮັດວຽກກ່ຽວກັບການທ່ອງທ່ຽວ, ການບໍລິການຢູ່ໃນບໍລິເວນ, ບັນດາຫົວໜ່ວຍທ່ອງທ່ຽວຢູ່ພາຍໃນ ແລະຕ່າງແຂວງ.

ໂດບ: ບົວພອນ