ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດງານມະໂຫລານກາບກອນສາກົນຄັ້ງທີ 3 ແລະວັນກາບກອນຫວຽດນາມ ຄັ້ງທີ 17 - ບຸນເຕັດປີກຸນ 2019. ທີ່ພິທີ, ທ່ານ ຫງວຽນຫືວຖິງ, ປະທານສະມາຄົມນັກປະພັນຫວຽດນາມ ໃຫ້ຮູ້ວ່າ “ວັນກາບກອນຫວຽດນາມ ຢູ່ແຂວງກວາງນິງ ປີນີ້ມີການປະສານສົມທົບຢ່າງກົມກຽວລະຫວ່າງ 2 ປັດໄຈຄືປະເທດຊາດ ແລະມວນມະນຸດ. ນັ້ນແມ່ນການເຂົ້າຮ່ວມຂອງນັກກະວີ, ນັກປະພັນ, ບັນດານັກແປວັນນະຄະດີຢູ່ຫວຽດນາມ ແລະມາຈາກ 46 ປະເທດ ແລະເຂດແຄ້ວນ. ອາດເວົ້າໄດ້ວ່າ, ວັນກາບກອນຫວຽດນາມ ໄດ້ຮັບການຈັດຕັ້ງຢູ່ແຂວງກວາງນິງ ໃນປີນີ້ແມ່ນຮູບພາບຈຳລອງຂະໜາດນ້ອຍຂອງວັນກາບກອນໂລກ”.

leftcenterrightdel
ແຂວງກວາງນິງໄຂງານບຸນກອບກອນສາກົນ 2019. ພາບ: nguoilambao.vn.

ພິທີປິດກອງປະຊຸມສາກົນໂຄສະນາວັນນະຄະດີຫວຽດນາມ ຄັ້ງທີ 4, ວັນບຸນກາບກອນສາກົນຄັ້ງທີ 3 ແລະວັນກາບກອນຫວຽດນາມ ຄັ້ງທີ 17 ຈະດຳເນີນໃນຕອນຄ່່ຳວັນທີ 20 ກຸມພາ, ຢູ່ຮ່າໂນ້ຍ.

ແຫຼ່ງຄັດຈາກ: vovworld.vn