leftcenterrightdel
ຄວາມງາມຂອງຖ້ຳ ເຊີນດອງ. ພາບ:ສໍານັກຂ່າວສານຫວຽດນາມ.

ວາລະສານກ່ຽວກັບການທອ່ງທ່ຽວແຖວຫນ້າຂອງໂລກ - Telegraph (ອັງກິດ) ຫາກໍ່ປະກາດໝາກຜົນການຄັດເລືອກສະຖານທີ່ທ່ອງທ່ຽວ 11 ແຫ່ງທີ່ຍອດຍິ່ງກວ່າໝູ່ໃນໂລກໄດ້ຮັບການຄົ້ນພົບໃນໄລຍະຜ່ານມາ, ໃນນັ້ນມີຖ້ຳ ເຊີນດອງ. ຕາມວາລະສານ Telegraph ແລ້ວ,  ຖ້ຳ ເຊີນດອງ ຂອງຫວຽດນາມ ໄດ້ຮັບຖືວ່າແມ່ນຖ້ຳໃຫຍ່ກວ່າໝູ່ ແລະກວ້າງກວ່າໝູ່ໃນໂລກ ແລະໄດ້ຄົ້ນພົບເມື່ອປີ 1990 ແລະສອງສາມປີມານີ້ ນັກທ່ອງທ່ຽວຈຶ່ງໄດ້ມາຄົ້ນຫາ ແລະຢ້ຽມຊົມໂດຍກົງເທົ່ານັ້ນ. ຢູ່ຈຸດສູງສຸດຂອງຖ້ຳແຫ່ງນີ້ ສາມາດບັນຈຸອາຄານ 40 ຊັ້ນ, ແລະຢູ່ຈຸດກວ້າງສຸດສາມາດບັນຈຸເຮືອບິນ Boeing 747. ແຕ່ລະປີຈຳນວນນັກທ່ອງທ່ຽວໄດ້ຮັບອະນຸຍາດເຂົ້າຢ້ຽມຊົມ ແລະຄົ້ນຫາຖ້ຳເຊີນດອງ ພຽງກຳນົດຢູ່ໃນລະດັບ 1000 ຄົນ.

ແຫຼ່ງຄັດຈາກ: vovworld.vn