ATF ແມ່ນເຫດການປະຈໍາປີ ແລະມີຂະໜາດໃຫຍ່ທີ່ສຸດຂອງການທ່ອງທ່ຽວອາຊຽນ, ໄດ້ຈັດຕັ້ງປະຈໍາປີ, ຜັດປ່ຽນກັນຢູ່ບັນດາປະເທດອາຊຽນ.  ATF 2019, ຫວຽດນາມ ຄາດຄະເນຈະຕ້ອນຮັບຜູ້ແທນເຂົ້າຮ່ວມປະມານ 2.000 ຄົນ. ບັນດາເນື້ອໃນໄດ້ປຶກສາຫາລືຢູ່ ATF 2019 ຕາມຫົວຂໍ້ຂອງເວທີປາໄສ, ຕາມບັນດາເນື້ອໃນ, ແຜນການຍຸດທະສາດການທ່ອງທ່ຽວອາຊຽນ 2016-2025, ໂດຍລາຍລະອຽດແມ່ນ: ການຫັນເປັນມາດຕະຖານ, ພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານທ່ອງທ່ຽວ; ຍົກສູງຄວາມສາມາດແກ່ງແຍ້ງ; ພັດທະນາການທ່ອງທ່ຽວແບບຍືນຍົງ ແລະກວມລວມ.

leftcenterrightdel
ພາຍຫຼັງບັນດາເຫດການໃຫຍ່ທີ່ຈັດຕັ້ງຢູ່ທີ່ນີ້, ຈະມີຫຼາຍຄົນທີ່ຮູ້ຈັກເຖິງບັນດາທັດສະນີຍະພາບທີ່ມີຊື່ສຽງຂອງແຂວງກວາງນິງ ກວ່າອີກ. ພາບ: ກຸ໋ຍດວ່ານ.

ATF 2019 ແມ່ນໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນ ແລະຍົກສູງຖານະບົດບາດໃນການຮ່ວມມືດ້ານການທ່ອງທ່ຽວຢູ່ພາກພື້ນ, ພ້ອມທັງແນະນໍາພາບພົດ, ປະເທດຊາດ, ມະນຸດ ແລະການທ່ອງທ່ຽວຫວຽດນາມເວົ້າລວມ ແລະຮ້າລອງຂອງແຂວງກວາງນິງ ເວົ້າສະເພາະເຖິງເພື່ອນມິດສາກົນ, ສ້າງຄວາມປະທັບໃຈທີ່ດີໃຫ້ແກ່ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ. ATF 2019  ກໍ່ແມ່ນເຫດການໃຫຍ່ມຸ່ງໄປເຖິງປີປະທານອາຊຽນ 2020 ຂອງຫວຽດນາມ.

ໂດຍ: ໄຊຊະນະ