ຂໍ້ມູນຂ່າວດັ່ງກ່າວໄດ້ເອົາລົງໃນໜ້າເວັບ USA Today ດ້ວຍບົດຂຽນທີ່ມີຫົວຂໍ້ວ່າ: “ນັກທ່ອງທ່ຽວອາເມລິກາ ຢາກໄປຄົ້ນຫາຢູ່ໃສໃນປີ 2019”. ຕາມການຕີລາຄາຂອງ  USTOA ແລ້ວ, ອີຕາລີ ໄດ້ຮັບຖືວ່າແມ່ນສະຖານທີ່ຈັບອົກຈັບໃຈທີ່ສຸດໃນປີ 2019, ຢືນອັນດັບທີ 2 ແມ່ນ ອາຍແລນ, ຖັດມາແມ່ນ ຍີ່ປຸ່ນ,  ຫວຽດນາມ, ອົດສະຕາລີ, ຝະຣັ່ງ, ແອັດສະປາຍ, ໂກລົມບີ, ກຳປູເຈຍ ແລະ ປອກຕຸຍການ.

leftcenterrightdel
ຫວຽດນາມ ແມ່ນໜຶ່ງໃນ 10 ສະຖານທີ່ທ່ອງທ່ຽວຈັບອົກຈັບໃຈທີ່ສຸດໃນປີ 2019. ພາບ: ສໍານັກຂ່າວສານຫວຽດນາມ. 

ບັນດາສະມາຊິກຂອງ USTOA ກໍ່ຍົກອອກບັນຊີລາຍຊື່ 10 ສະຖານທີ່ທ່ອງທ່ຽວຫາກໍ່ພົ້ນເດັ່ນຂອງໂລກ. ອາຍແລນ ສືບຕໍ່ໄດ້ຮັບການຕີລາຄາຢືນອັບດັບ 1, ຖັດຈາກມາແມ່ນ ກຳປູເຈຍ, ກົວຊີ, ໂກລົມບີ, ຫວຽດນາມ, ປັອກຕຸຍການ, ບູຖານ, ໂບລີວີ, ມຽນມາ ແລະ ເອທີໂອປີ.

ແຫຼ່ງຄັດຈາກ: vovworld.vn.