ການຊ່ວຍເຫຼືອທາງດ້ານການເງິນຈາກທະນາຄານດັ່ງກ່າວສ່ວນໃຫຍ່ແມ່ນເພື່ອພັດທະນາ​ດ້ານພື້ນຖານໂຄງ​ລ່າງການທ່ອງທ່ຽວ, ສິ່ງ​ອຳນວຍ​ຄວາມ​ສະດວກ​​ໃນການທ່ອງທ່ຽວ ແລະບໍລິການດ້ານທ່ອງທ່ຽວໃນສູນ​ການທ່ອງທ່ຽວ​ຂ້າມຊາຍແດນ ແລະສົ່ງເສີມການສ້າງຄວາມເຂັ້ມແຂງ​ໃນ​ສະ​ຖາ​ບັນ​ ເພື່ອ​ສົ່ງ​ເສີມ​ການທ່ອງທ່ຽວ. ສິ່ງເຫຼົ່ານີ້, ໄດ້ສ້າງໂອກາດທາງທຸລະກິດ ແລະປັບປຸງຄຸນນະພາບການຊີວິດຜູ້ທີ່ໄດ້ຮັບຜົນປະໂຫຍດ ແລະປະຊາຊົນທີ່ດໍາລົງຊີວິດຢູ່ໃນເຂດໂຄງການ.

leftcenterrightdel
ທາດຫຼວງ. ພາບ: qdnd.vn.

ທ່ານ ຢາ​ຊູ​ຊິ ​ເນ​ກິ​ຊິ ຜູ້ຕາງໜ້າ​ສຳນັກງານທະນາຄານ​ພັດທະນາ​ອາຊີ ປະຈຳ ສປປ ລາວ ​ໄດ້​ໃຫ້​ສຳພາດ​ແກ່​ນັກ​ຂ່າວໃນ​ໂອກາດ​ທີ່​ທ່ານ​​ລົງ​ຢ້ຽມຢາມໂຄງການພັດທະນາການທ່ອງທ່ຽວແບບຍືນຍົງຂອງ ADB ເມື່ອອາທິດທີ່ຜ່ານມານີ້​ວ່າ: ສປປ ລາວ ​ມີ​ເງື່ອນໄຂ ​ແລະສິ່ງ​ອຳນວຍ​ຄວາມ​ສະດວກ​ຫຼາຍ​ຢ່າງ​ໂດຍ​ສະ​ເພາະ​ແມ່ນ​ເລື່ອງ​ການທ່ອງທ່ຽວ, ມີ​ມູນ​ເຊື້ອ​ປະຫວັດສາດ​ອັນ​ດີງາມ, ມີ​ຮີດຄອງ​ປະ​ເພນີ, ວັດທະນະທຳ, ມີ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ອຸດົມສົມບູນ ແລະເປັນ​ທ່າ​ແຮ​ງໜຶ່ງ​ທີ່​ຈະດຶງ​ດູດບັນດານັກ​ທ່ອງ​ທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າ​ມາ​ປະ​ເທດ​ໃຫ້​ຫຼາຍ​ຂຶ້ນ.

ທ່ານ ຢາ​ຊູ​ຊິ ​ເນ​ກິ​ຊິ ກ່າວວ່າ: ແຂວງ​ອຸດົມ​ໄຊ ແມ່ນໜຶ່ງໃນ 9 ແຂວງ ທີ່ໄດ້ຮັບການຊ່ວຍເຫຼືອດ້ານການເງິນຂອງ ADB ສໍາລັບຂະແໜງການທ່ອງທ່ຽວໃນປີ 2015-2020, ​ເຊິ່ງ​ໄດ້​ມີ​ຫຼາຍໆ​ໂຄງການ​ທີ່​ພວມ​ຈັດ​ຕັ້ງ​ປະຕິບັດ​ຢູ່ ​ ​​ແລະບາງ​ໂຄງການ​ໄດ້​ສຳ​ເລັດ​ໄປ​ແລ້ວ. ​ເຊິ່ງ​ເປົ້າ​ໝາຍ​ຫຼັກຂອງ ADB ແມ່ນ​ການ​ສົ່ງ​ເສີມ​ປັບປຸງ​ຊີວິດການ​ເປັນ​ຢູ່ຂອງປະຊາຊົນຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ​ໃຫ້​ມີ​ຊີວິດ​ທີ່​ດີ​ຂຶ້ນ, ​ເຊິ່ງ​ໂຄງການ​ຂອງ​ພວກ​ເຮົາ​ກໍ​ໄດ້ມີ​ຫຼາຍໆ​ກິດຈະກຳ​ທີ່​ພວມ​ຈັດ​ຕັ້ງ​ປະຕິບັດ ​ໂດຍ​ສະ​ເພາະການສ້າງ​ຄວາມ​ອາດ​ສາມາດ​ໃຫ້​​ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນັ້ນເປັນ​ຕົ້ນ​ແມ່ນການ​ບໍລິການ​​ພັກ​ແຮມຢູ່​​ເຮືອນ​​ປະຊາຊົນ, ການ​ເປັນ​ຜູ້ນຳ​ທ່ຽວ ​ແລະຝຶກອົບຮົມ​ໃນ​ເລື່ອງ​ບໍລິການການທ່ອງທ່ຽວ, ​ເຊິ່ງ​ເປັນ​ກິດຈະກຳ​ໜຶ່ງ​ເຮັດ​ໃຫ້ປະຊາຊົນ​​ທ້ອງ​ຖິ່ນ​ໄດ້​ມີ​ອາຊີບ ​ແລະ​​ສ້າງ​ລາຍ​ຮັບທີ່​ໝັ້ນ​ຄົງ​ໃຫ້​ແກ່​ເຂົາ​ເຈົ້າ.

ນອກຈາກນີ້, ADB ໄດ້ໃຫ້ການສະໜັບສະໜູນດ້ານການເງິນແກ່ໂຄງການພັດທະນາຕ່າງໆ​ຊ່ວຍປັບປຸງຊີວິດການເປັນຢູ່ ຂອງປະຊາຊົນທ້ອງ​ຖິ່ນ​ແຂວງ​ອຸດົມໄຊ ແລະໄດ້​ຊ່ວຍ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ເຮັດ​ໃຫ້ເຂົ້າ​ເຖິງ​ສະຖານ​ ທີ່​ທ່ອງ​ທ່ຽວສະດວກ​ສະບາຍ​ຂຶ້ນ, ເຮັດ​ໃຫ້​ບັນດານັກ​ທ່ອງ​ທ່ຽວ​ໄດ້ເຂົ້າມາທ່ຽວ, ​ມາ​ພັກ​ດົນ​ຂຶ້ນ ​ແລະໃຊ້​ຈ່າຍ​ຫຼາຍ​ຂຶ້ນ. ພ້ອມສະໜອງການຝຶກອົບຮົມໃຫ້ປະຊາຊົນທ້ອງຖິ່ນກ່ຽວກັບວິທີເຮັດເຄື່ອງທີ່ລະນຶກທີ່ດີສໍາລັບຜູ້ມາຢ້ຽມຢາມ, ທ່ຽວ​ຊົມ ແລະໃຫ້ການບໍລິການທີ່ພັກອາໃສທີ່ດີ (home stay) ໃຫ້ແກ່ບັນດານັກທ່ອງທ່ຽວນຳ​ອີກ.

ຂ່າວ: ມະນີ​ທອນ