ໃນວັນ​ທີ 18 ທັນວາ 2018,  ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ​ໄຊ​ຍະ​ບູລີ,  ທັງເປັນປະທານຈັດງານມະຫາກໍາບຸນຊ້າງໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ:  ງານມະຫະກໍາບຸນຊ້າງໄຊຍະບູລີ  ຄັ້ງທີ 13 ຈະເລີ່ມຢ່າງເປັນທາງການແຕ່ວັນທີ 23-28 ກຸມພາ 2019  ເຊິ່ງຈະມີຊ້າງເຂົ້າຮ່ວມທັງໝົດ 70 ໂຕ.  

leftcenterrightdel
ງານມະຫາກໍາບຸນຊ້າງປະຈໍາປີ 2017. ພາບ: vov.vn.

ຈຸດປະສົງຂອງການຈັດງານ  ກໍເພື່ອເປັນການອະນຸລັກຮັກສາຊ້າງລາວ  ເພາະຊ້າງເປັນມູນມໍລະດົກຂອງຊາດເປັນມິ່ງຂວັນຄູ່ບ້ານຄູ່ເມືອງ,  ທັງເປັນການສືບຕໍ່ຮັກສາວັດທະນະທຳ,  ຮີດຄອງປະເພນີອັນດີງາມ  ແລະວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຂອງແຂວງໄຊຍະບູລີ  ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການ ໃຫ້ຢືນຍົງຄົງຕົວຄຽງຄູ່ກັບປະຊາຊົນຕະຫລອດໄປ.  ນອກຈາກນີ້,  ຍັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ,  ໃຫ້ຊ້າງຈໍານວນ 70 ໂຕ ທີ່ມາຈາກທົ່ວແຂວງ ໄດ້ພົບກັນ,  ປະສົມພັນກັນ ແລະກໍໃຫ້ເກີດການສືບພັນໃນອະນາຄົດ,  ທັງເປັນເວທີການສະແດງທັກສະຄວາມສາມາດ ໃນການຄວບຄຸມຊ້າງຕໍ່ສາທາລະນະຊົນ  ແລະຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວນຊ້າງ  ເພື່ອສືບທອດອາຊີບລ້ຽງຊ້າງ ໃຫ້ຄົງຢູ່ຄູ່ຊາວແຂວງໄຊຍະບູລີ ຕະຫລອດໄປ.

ສໍາລັບກິດຈະກໍາຫລັກຂອງການຈັດງານແມ່ນຈະເນັ້ນໜັກກິດຈະກຳທີ່ຕິດພັນກັບຊ້າງ  ແລະການອະນຸລັກຊ້າງ ໂດຍສະເພາະການສະແດງຂອງຊ້າງຄຳຮູ້,  ໃນໄລຍະການຈັດງານແຕ່ລະວັນແມ່ນຈະຈັດໃຫ້ມີກິດຈະກໍາທ່ອງທ່ຽວແຫລ່ງທຳມະຊາດທີ່ສວຍງາມ,  ວັດທະນະທໍາຂອງປະຊາຊົນ 8 ເຜົ່າ  ທີ່ເປັນເອກະລັກຂອງແຂວງໄຊຍະບູລີ.  ນອກຈາກ​ນີ້​, ຍັງ​ມີ​ກິດຈະກຳ​ອື່ນໆ  ​ເປັນຕົ້ນແມ່ນພິທີເຮັດບຸນຕັກບາດອຸທິດກຸສົນໃຫ້ຊ້າງ,  ການວາງສະແດງ ແລະຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ,  ສິນຄ້າກະສິກຳ, ຫັດຖະກຳ,  ອຸດສາຫະກຳປຸງແຕ່ງທີ່ເປັນເອກະລັກຂອງທ້ອງຖິ່ນພາຍໃນແຂວງ, ຕ່າງແຂວງ ແລະສິນຄ້າຕ່າງໆຈາກປະເທດໃກ້ຄຽງ ​ເຊິ່ງຈະເປີດເປັນທາງການແຕ່ວັນທີ  20-28 ກຸມພາ 2019.  ພ້ອມກັນນັ້ນ,  ແຕ່ລະຄືນຈະມີການຄົບງັນ,  ການສະແດງຄອນເສີດ,  ສິລະປະວັນະຄະດີຈາກພາກສ່ວນຕ່າງໆ.

ຂ່າວ: ອຸ່ນເຮືອນ ໂພທິລັກ