ເຂົ້າຮ່ວມກອງປະຊຸມ, ຝ່າຍຫວຽດນາມ ມີທ່ານ ຫວູດັງແມ້ງ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາບັນດາແຂວງພາກເໜືອລາວ, ຜູ້ຕາງໜ້າພະແນກວັດທະນະທໍາ-ກິລາ ແລະທ່ອງທ່ຽວແຂວງ: ດ້ຽນບຽນ, ລາຍເຈົາ, ລາວກາຍ, ຟຸເທາະ. ຝ່າຍລາວມີ, ຜູ້ຕາງໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງ: ຫຼວງພະບາງ, ອຸດົມໄຊ, ຫົວພັນ, ບໍ່ແກ້ວ, ຫຼວງນໍ້າທາ ພ້ອມກັບບັນດາວິສາຫະກິດດໍາເນີນທຸລະກິດການທ່ອງທ່ຽວ, ບໍລິການທ່ອງທ່ຽວສອງຝ່າຍ.

leftcenterrightdel
ສອງຝ່າຍມອບບົດບັນທຶກການຮ່ວມມືດ້ານທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດຫວຽດນາມ-ລາວ. ພາບ: vov.vn

ບັນດາແຂວງໄດ້ແນະນໍາສະພາບການພັດທະນາເສດຖະກິດ-ສັງຄົມ, ຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາການທ່ອງທ່ຽວ ແລະແບ່ງປັນກາລະໂອກາດຮ່ວມສໍາພັນ, ຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງບັນດາແຂວງພາກເໜືອລາວ ແລະບັນດາແຂວງທິດຕາເວັນຕົກສ່ຽງເໜືອຫວຽດນາມ. ຕາມນັ້ນແລ້ວ, ສອງຝ່າຍສາມາດຮ່ວມມືສ້າງບັນດາ tour, ສາຍທ່ອງທ່ຽວ, ດຶງດູດແຂກທ່ອງທ່ຽວ. ຕາມກົມໃຫຍ່ທ່ອງທ່ຽວຫວຽດນາມ ແລ້ວ, ປີ 2017 ແຂກທ່ອງທ່ຽວໄປມາລະຫວ່າງສອງປະເທດບັນລຸກວ່າ 1 ລ້ານ 137 ພັນເທື່ອຄົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn.

ນອກຈາກນັ້ນ, ຈຳນວນແຂກທ່ອງທ່ຽວມາຈາກປະເທດທີສາມ, ພິເສດແມ່ນບັນດາປະເທດເອີຣົບ, ອາເມລິກາ, ອົດສະຕາລີ ແລະຍີ່ປຸ່ນທີ່ໄປທ່ອງທ່ຽວທັງຢູ່ລາວ ແລະຫວຽດນາມ ຕາມລາຍການທ່ອງທ່ຽວເຊື່ອມຕໍ່ບັນດາສູນມໍລະດົກຂອງລາວ ແລະຫວຽດນາມ ກໍ່ເພີ່ມຂຶ້ນດີພໍສົມຄວນ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ຂະແໜງທ່ອງທ່ຽວສອງປະເທດຫວຽດນາມ ແລະລາວ ເວົ້າລວມ, ບັນດາແຂວງທິດຕາເວັນຕົກສ່ຽງເໜືອຫວຽດນາມ ແລະພາກເໜືອລາວເວົ້າສະເພາະເພີ່ມທະວີການຮ່ວມມືດ້ານທ່ອງທ່ຽວ.

ໂດຍ: ບົວພອນ