leftcenterrightdel
ປະຊາຊົນ ແລະນັກທ່ອງທ່ຽວເປັນຈໍານວນຫຼວງຫຼາຍຂຶ້ນພູຈືດັງຢາ  ແຕ່ເຊົ້າເພື່ອເຂົ້າຮ່ວມພິທີໄຂງານບຸນ. ພາບ: ຫງວຽນແອງເຊີນ.

ນີ້ແມ່ນປີທີ 2 ທີ່ເມືອງຈືພັກ ຈັດຕັ້ງງານບຸນດັ່ງກ່າວດ້ວຍການເຄື່ອນໄຫວທີ່ດຶງດູດຫຼາຍຢ່າງ ຄື: ສະແດງຕີກອງ, ຄ້ອງ, ແຂ່ງຂັນການຕີກອງ, ຄ້ອງນັກຮຽນ, ຕໍ່າແຜ່ນແພພື້ນເມືອງ... ສະແດງພິທີການງານບຸນເຂົ້າໃໝ່ຂອງຊົນເຜົ່າຢາຣາຍ; ສະແດງໂດດຈ້ອງບິນເວີ່ນເທິງພູເຂົາໄຟ ແລະບັນດາລາຍການສະແດງສິລະປະອື່ນໆ, ການລະຫຼີ້ນພື້ນເມືອງທີ່ເປັນເອກະລັກສະເພາະ. ເມື່ອໄປຮ່ວມງານບຸນປີນີ້, ນັກທ່ອງທ່ຽວຍັງໄດ້ເຂົ້າຮ່ວມການແຂ່ງຂັນພິຊິດຈອມພູເຂົາໄຟ ຈືດັງຢາ; ພົບປະແລກປ່ຽນກັບບັນດານັກສິລະປິນ, ຮັບປະທານບັນດາເຍື່ອງອາຫານຂອງທ້ອງຖິ່ນ.

leftcenterrightdel
ນັກທ່ອງທ່ຽວນິຍົມຖ່າຍຮູບພ້ອມກັບດອກຕາເວັນປ່າ. ພາບ: ຫງວຽນແອງເຊີນ.

ງານບຸນຈະດໍາເນີນໄປຮອດວັນທີ 13 ພະຈິກ ຈຶ່ງອັດລົງ.

ໂດຍ: ທູຈາງ