ດັ່ງນັ້ນຊາວບ້ານທີ່ອາໄສຢູ່ໃນສະຖານທີ່ແຫ່ງນີ້ ຈຶ່ງນິຍົມກັນເອີ້ນວ່າ: "ບ້ານ ລຸງຈິງ" ຕາມນາມຊື່ຂອງລຸງຈິງ. ຊຶ່ງຊາ 400 ກວ່າປີ ເປັນຊາທີ່ມີຊື່ສຽງເພາະນໍ້າຊາ 400 ກວ່າປີເປັນຊາທີ່ເຂັ້ມຂຸ້ນ, ນໍ້າຊາສົດມີລົດຊາດແຊບ ແລະຊັບພະຄຸນເພື່ອສຸຂະພາບທີ່ດີກວ່າຊາປະເພດອື່ນ ແລະຍັງເປັນຊາທີ່ຄົນເຮົາປູກທີ່ມີອາຍຸເກົ່າແກ່ທີ່ສຸດໃນລາວເຮົາ ຫຼື ໃນໂລກກໍ່ເປັນໄດ້ເພາະນັກວິໄຈເພິ່ນໄດ້ວິໄຈຢັ້ງຢືນແລ້ວວ່າຊານີ້ມີອາຍຸ 400 ກວ່າປີມາແລ້ວ. ດັ່ງນັ້ນເພິ່ນ ຈຶ່ງຕັ້ງຊື່ວ່າ: "ຊາ 400 ປີ" ຍ້ອນເຫດຜົນນີ້ເອງສວນຊາ 400 ປີ ບ້ານກໍແມນ ເມືອງຜົ້ງສາລີ ຈຶ່ງເປັນອີກສະຖານທີ່ທ່ອງທ່ຽວທີ່ແຂກທັງພາຍໃນ ແລະຕ່າງປະເທດຢາກມາທ່ຽວຊົມ ແລະກາຍເປັນແຫຼ່ງທ່ອງທ່ຽວອັນດັບຕົ້ນໆຂອງແຂວງ ແລະແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງລາວເຮົາ. ໃນປັດຈຸບັນນີ້ການປູກຊາ, ຂາຍຊາແມ່ນເປັນອາຊີບຫຼັກຂອງຊາວເມືອງຜົ້ງສາລີເວົ້າລວມ, ເວົ້າສະເພາະແມ່ນຊາວບ້ານກໍແມນ ປັດຈຸບັນຊາ 400 ກວ່າປີ ມີເນື້ອທີ່ປູກ 32,25 ເຮັກຕາ ຊຶ່ງຢູ່ສວນຊາດັ່ງກ່າວແມ່ນມີຕົ້ນຊາຈຳນວນໜຶ່ງທີ່ໃຫຍ່ຊໍ່າ ກັບໂຕຄົນເຮົາ ແລະສູງຍາວ, ບັນດາທ່ານຄົງຈະແປກໃຈວ່າເປັນຫຍັງຕົ້ນຊາທີ່ມີອາຍຸເຖິງ 400 ກວ່າປີ ແຕ່ຕົ້ນຊາຫາກໍ່ໃຫຍ່ຊໍ່ານີ້ເຫດຜົນ ກໍ່ຍ້ອນວ່າຕົ້ນຊາຈະບໍ່ໄດ້ເຕີບໃຫຍ່ຂະຫຍາຍຕົວຕາມທຳມະຊາດຂອງມັນຄືຕົ້ນໄມ້ອື່ນໆ ເພາະໃນແຕ່ລະປີປະຊາຊົນເຈົ້າຂອງຕົ້ນຊາໄດ້ມີການຕັດຕອນກິ່ງ, ງ່າ ແລະໃບແກ່ຂອງຕົ້ນຊາທຸກໆປີເພື່ອເຮັດໃຫ້ຕົ້ນຊາປົ່ງຍອດອ່ອນອອກງອກງາມ ແລະໃຫ້ຜົນຜະລິດຫຼາຍກວ່າ, ແຕ່ຖ້າຫາກວ່າບໍ່ຕັດຕອນແລ້ວຈະເຮັດໃຫ້ບໍ່ໄດ້ຮັບຜົນຜະລິດຍອດຊາຫຼາຍເທົ່າທີ່ຄວນ. ສະນັ້ນຕົ້ນຊາຈຶ່ງຂະຫຍາຍຕົວຊ້າ ສະນັ້ນລະດູການທີ່ຍອດຊາປົ່ງຫຼາຍ ແລະນໍ້າຊາເຂັ້ມຂຸ້ນແຊບທີ່ສຸດແມ່ນໃນໄລຍະເດືອນ 2 ຫາ ເດືອນ 4.

leftcenterrightdel
ພາບປະກອບຈາກ: pasaxon.org.la.

ພວກເຮົາສາມາດເຂົ້າໄປທ່ຽວຊົມສວນຊາ 400 ກວ່າປີທີ່ບ້ານກໍແມນໄດ້ໂດຍມີເສັ້ນທາງແຕ່ຕົວເມືອງຜົ້ງສາລີ ໄປຕາມທາງທິດຕາເວັນຕົກພຽງແຕ່ 15 ກິໂລແມັດເທົ່ານັ້ນ ແລະຖ້າຍ່າງໄປກໍ່ໃຊ້ເວລາພຽງ 3 ຊົ່ວໂມງກໍ່ໄປເຖິງບ້ານດັ່ງກ່າວ ຊຶ່ງຕະຫຼອດທາງທີ່ໄປແມ່ນເສັ້ນທາງຈະໄຕ່ໄປຕາມສັນພູທີ່ງົດງາມຂອງທຳມະຊາດພູຜາ ແລະສາມາດຫຼຽວກັບຄືນມາແນມເຫັນພູຟ້າຕັ້ງສະງ່າ ພ້ອມຕົວເມືອງຜົ້ງສາລີໄດ້ ຊຶ່ງເສັ້ນທາງໄປທ່ານຈະໄດ້ຜ່ານ ແລະສຳຜັດກັບວິທີການດຳລົງຊີວິດຂອງຊາວສວນຊາ ແລະສວນຊາຂອງປະຊາຊົນເຜົ່າພູນ້ອຍບ້ານມົງເຈົ່າ, ບ້ານພູຊຸມ ແລະບ້ານຈ່າພູ ຈຶ່ງກ້າວເຂົ້າສູ່ບ້ານກໍແມນ ແລະສວນຊາທີ່ຢັ່ງຢາຍສັບປົນກັບເຮືອນຊານບ້ານຊ່ອງຂອງປະຊາຊົນຢ່າງງົດງາມມາຮອດນີ້. ນອກຈາກທ່ານຈະໄດ້ເລາະຊົມສວນຊາ 400 ກວ່າປີແລ້ວ ທ່ານຍັງຈະໄດ້ຊີມນ້ຳຊາ 400 ປີ ທີ່ປະຊາຊົນຊົງເອງກັບມື ແລະຜະລິດຕະພັນຊາແຫ້ງ, ຊາບັ້ງທີ່ເປັນຜະລິດຕະພັນພູມປັນຍາຂອງພໍ່ແມ່ພີ່ນ້ອງຊາວບ້ານກໍແມນ ຫຼືທ່ານສາມາດຂຶ້ນຊົມວິວສວນຊາຖ່າຍພາບໄວ້ເປັນທີ່ລະນຶກ ແລະດື່ມນໍ້າຊາທີ່ສາລາດື່ມນ້ຳຊາ 400 ປີກໍ່ໄດ້. ປີທ່ອງທ່ຽວລາວ 2018 ຊຶ່ງພໍ່ແມ່ພີ່ນ້ອງຊາວບ້ານກໍແມນ ໄດ້ກະກຽມການບໍລິການ ແລະຜະລິດຕະພັນຊາ,ນໍ້າຊາແຊບຈາກສວນຊາ 400 ກ່ວາປີ ເພື່ອຕ້ອນຮັບແຂກຄົນທັງພາຍໃນ ແລະຕ່າງປະເທດທີ່ມາຢ້ຽມຊົມ, ສຳຜັດ ແລະຊີມ ໄດ້ພ້ອມເຊີນຊວນບັນດາທ່ານຍາດເວລາມາທ່ຽວຊົມ ຊຶ່ງເປັນອີກສະຖານທີ່ທ່ອງທ່ຽວທີ່ສຳຄັນ ແລະມີຫຼາຍສິ່ງຫຼາຍຢ່າງທີ່ໜ້າຄົ້ນຫາຮັບຮອງວ່າເມື່ອທ່ານໄດ້ທ່ຽວຊົມແລ້ວຈະຕິດໃຈ ແລະຈົດຈຳສະຖານທີ່ສວນຊາປະຫວັດສາດສວນບັນພະບຸລຸດຊາ 400 ກວ່າປີແຫ່ງນີ້ໄປຊົ່ວກາລະນານ.

ຂ່າວ: ສົມຄິດ ແກ້ວນວນລາ