ກອງປະຊຸມດັ່ງກ່າວ,  ໄດ້ຮັບຟັງການລາຍງານການປະເມີນຜົນກ່ຽວກັບການຄຸ້ມຄອງແຫຼ່ງມໍລະດົກໂລກ ຢູ່ ສປປ ລາວ  ຂອງສູນມໍລະດົກໂລກອຸຍແນັດສະໂກ ເຊິ່ງການປະເມີນຜົນໃນຄັ້ງນີ້,   ແມ່ນນຳໃຊ້ຄູ່ມືການປະເມີນກ່ຽວກັບການຄຸ້ມຄອງການທ່ອງທ່ຽວ ແລະແຂກທ່ອງທ່ຽວ  ຫລື ເອີ້ນຊື່ຫຍໍ້ວ່າ “VT MAT”,  ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ກັນຍາ ຜ່ານມາຢູ່ເມືອງມໍລະດົກໂລກຫຼວງພະບາງ  ໂດຍທ່ານ Robyn Bushell  ແລະ ທ່ານ Peter Debrine ໄດ້ຮ່ວມກັບຫ້ອງການມໍລະດົກໂລກ  ຫຼວງພະບາງ ເຊິ່ງຮ່າງບົດລາຍງານດັ່ງກ່າວຍັງບໍ່ທັນສົມບູນຄົບຖ້ວນຍັງຕ້ອງໄດ້ປັບປຸງເນື້ອໃນອີກຈຳນວນໜຶ່ງເພື່ອເປັນຄູ່ມືໃນການຄຸ້ມຄອງ ແລະພັດທະນາມໍລະດົກໂລກຂອງ ສປປ ລາວ ໃຫ້ມີຄວາມຍືນຍົງ  ແລະສອດຄ່ອງກັບເນື້ອໃນຈິດໃຈຂອງສົນທິສັນຍາສາກົນ ທີ່ ສປປ ລາວ  ໄດ້ເຂົ້າເປັນພາຄີ, ຄາດວ່າຈະສຳເລັດການປະເມີນຜົນໃນທ້າຍເດືອນພະຈິກນີ້.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: kpl.gov.la.

ຜ່ານການປະເມີນເຫັນວ່າການຄຸ້ມຄອງ  ແລະປົກປັກຮັກສາສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ,  ສິ່ງແວດລ້ອມ,  ຊີວະນາໆພັນ,  ສິ່ງກໍ່ສ້າງ, ວັດຖຸບູຮານ ແລະສະຖານທີ່ບູຮານຕ້ອງໄດ້ຮັບການປັບປຸງ, ບາງສະຖານທີ່ທ່ອງທ່ຽວແມ່ນຕໍ່າກວ່າມາດຕະຖານ,  ການຄຸ້ມຄອງຂີ້ເຫຍື້ອຍັງຕໍ່າກວ່າມາດຕະຖານ  ແລະເປັນບັນຫາທີ່ເພີ່ມຂຶ້ນ,  ການຄຸ້ມຄອງການຈາລະຈອນໃນຕົວເມືອງ  ແລະ ອ້ອມເມືອງຫຼວງພະບາງ ຍັງບໍ່ເປັນລະບົບເທື່ອ  ເຊິ່ງຄູ່ມືປະເມີນການຄຸ້ມຄອງການທ່ອງທ່ຽວ  ແລະແຂກທ່ອງທ່ຽວນີ້,  ແນ່ໃສ່ປັບປຸງປະສິດທະພາບຂອງການຄຸ້ມຄອງການທ່ອງທ່ຽວຢູ່ໃນເຂດມໍລະດົກໂລກ  ແລະການນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບໃນການປົກປັກຮັກສາຄຸນຄ່າມໍລະດົກຢູ່ໃນສະຖານທີ່ມໍລະດົກ ແລະອື່ນໆ  ເຊິ່ງປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ.

ຂ່າວ: ກິດຕາ