leftcenterrightdel
ລູກຄ້າຫຼາຍຄົນໄດ້ມາ ບ້ານແຈ້ກຊ໋າ ເພື່ອຊອກຫາຊຸດເສື້ອຍາວທີ່ຖືກໃຈໃຫ້ແກ່ຕົນ. ພາບ: ຢູຍຫວູ.

ຕາມປະຊາຊົນບ້ານແຈ້ກຊ໋າ, ອາຊີບຕັດຫຍິບຊຸດເສື້ອຍາວຢູ່ທີ່ນີ້ໄດ້ມີມາກ່ອນນີ້ນັບພັນປີ. ຜູ້ປະດິດອາຊີບຂອງໝູ່ບ້ານແມ່ນທ່ານນາງ ຫງວຽນທິແຊນ, ແມ່ນເມຍນ້ອຍຂອງເຈົ້າຊີວິດ ດີງຕຽນຮ່ວາງ. ພາຍຫຼັງຮຽນອາຊີບຕັດຫຍິບໃນພະລາຊະວັງ, ທ່ານນາງໄດ້ສອນໃຫ້ປະຊາຊົນໃນໝູ່ບ້ານແຈ້ກຊ໋າ, ລຸ້ນກ່ອນຖ່າຍທອດໃຫ້ລຸ້ນຫຼັງ ແລະກາຍເປັນອາຊີບພື້ນເມືອງຂອງໝູ່ບ້ານ. ຍ້ອນມີຫຼາຍຂັ້ນຕອນຕ້ອງເຮັດແບບຫັດຖະກຳ, ສະນັ້ນຊຸດເສື້ອຍາວແຈ້ກຊ໋າ ຈຶ່ງສວຍງາມ, ຕາມແບບຊຸດເສື້ອຍາວພື້ນເມືອງ. ຊຸດເສື້ອຍາວ ແຈ້ກຊ໋າ ໄດ້ຮັບຄວາມນິຍົມຈາກລູກຄ້າ, ປະກອບສ່ວນເຊີດຊູມູນເຊື້ອວັດທະນະທຳຫວຽດນາມ,  ຄວາມງາມຂອງຜູ້ຍິງນະຄອນ ຮ່າໂນ້ຍ.

leftcenterrightdel
ຊ່າງຕັດຫຍິບແທກແພຕັດຫຍິບຊຸດເສື້ອຍາວຕາມຄວາມຮຽກຮ້ອງຂອງລູກຄ້າ. ພາບ: ຢູຍຫວູ
leftcenterrightdel
ຂັ້ນຕອນການຕັດເສື້ອໄດ້ຮັບການປະຕິບັດຢ່າງລອບຄອບຖີ່ຖ້ວນ. ພາບ: ຢູຍຫວູ.
leftcenterrightdel
ຊ່າງຕັດຫຍິບຜະລິດຊຸດເສື້ອຍາວທີ່ມີເຄື່ອງໝາຍການຄ້າ ແຈ້ກຊ໋າ. ພາບ: ຢູຍຫວູ.

ໂດຍ: ທູຮັ່ງ