leftcenterrightdel
ພາບປະກອບຈາກ: nhandan.com.vn.

ການແຂ່ງຂັນໃນຄັ້ງນີ້,  ປະກອບມີເຮືອປະເພນີຊາຍ 7 ລຳ,  ເຮືອປະເພນີຍິງ 5 ລຳ ແລະເຮືອສູດຊາຍ 5 ລຳ ແລະເຮືອກິລາ 12 ສີພາຍ 6 ລຳ. ຜ່ານການແຂ່ງຂັນສາມາດສະຫລຸບໄດ້ຄື: ເຮືອຊະນະເລີດອັນດັບທີ 1 ເຮືອປະເພນີຊາຍໄດ້ແກ່ເຮືອລີສອດປາກນໍ້າຄານໄດ້ຮັບຂັນເງິນໜັກ 1 ກິໂລກຼາມ, ພ້ອມເງິນລາງວັນ 20 ລ້ານກີບ;  ອັນດັບທີ 2 ໄດ້ແກ່ເຮືອ ທະນາຄານຮ່ວມພັດທະນາໄດ້ຮັບຂັນເງິນໜັກ 0,75 ກິໂລກຼາມພ້ອມເງິນລາງວັນ 15 ລ້ານກີບ,  ອັນດັບທີ 3 ໄດ້ແກ່ເຮືອພອນສະຫວັນ 99 ໄດ້ຮັບຂັນເງິນໜັກ 0,5 ກິໂລກຼາມ ພ້ອມເງິນລາງວັນ 10 ລ້ານກີບ. ສຳລັບເຮືອປະເພນີຍິງອັນດັບທີ 1 ໄດ້ແກ່ເຮືອບໍລິສັດແສງເພັດກໍ່ສ້າງ, ອັນດັບທີ 2 ໄດ້ແກ່ເຮືອທ່າພະ ແລະອັນດັບ 3 ໄດ້ແກ່ເຮືອບໍລິສັດພັນທະວົງ. ສຳລັບ ລາງວັນແມ່ນຄືກັນກັບເຮືອປະເພນີຊາຍ. ສ່ວນເຮືອສູດຊາຍອັນດັບທີ 1 ໄດ້ແກ່ເຮືອກຸ່ມທຸລະກິດຊ້າງເພັດໄດ້ຮັບຂັນເງິນໜັກ 1 ກິໂລກຼາມ ພ້ອມເງິນລາງວັນ 15 ລ້ານກີບ, ອັນດັບທີ 2 ໄດ້ແກ່ເຮືອບໍລິສັດແສງເພັດກໍ່ສ້າງ ໄດ້ຮັບຂັນເງິນໜັກ 0,75 ກິໂລກຼາມ ພ້ອມເງິນລາງວັນ 10 ລ້ານກີບ, ອັນດັບທີ 3 ໄດ້ແກ່ເຮືອພອນແກ້ວ ໄດ້ຮັບຂັນເງິນໜັກ 0,5 ກິໂລກຼາມ ພ້ອມເງິນລາງວັນ 5 ລ້ານກີບ.

leftcenterrightdel
ພາບປະກອບຈາກ: nhandan.com.vn.
leftcenterrightdel
ພາບປະກອບຈາກ: kpl.gov.la.

ສ່ວນເຮືອກິລາ 12 ສີພາຍອັນດັບ 1 ໄດ້ແກ່ເຮືອເທບພິສິດ (ບ້ານນາລ້ອງ) ໄດ້ຮັບຂັນລາງວັນພ້ອມເງິນລາງວັນ 10 ລ້ານກີບ, ອັນດັບທີ 2 ໄດ້ແກ່ ເຮືອກຸ່ມທຸລະກິດຊ້າງເພັດ 1 ໄດ້ຮັບຂັນລາງວັນພ້ອມເງິນລາງວັນ 8 ລ້ານກີບ ແລະອັນດັບ 3 ເຮືອນາວາສັກສິດ ໄດ້ຮັບຂັນລາງວັນພ້ອມເງິນລາງວັນ 6 ລ້ານກີບ.

ຂ່າວ: ກິດຕາ