ວັດຊຽງຄວນ ເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳທີ່ປະກອບໄປດ້ວຍຮູບປັ້ນຕ່າງໆບໍ່ວ່າຈະເປັນຮູບປັ້ນຕັ້ງແຕ່ນາຄາພິພົບ, ສະຫວັນທັງຫົກ, ພົມສິບຫົກ ແລະຮູບປັ້ນພະພຸດທະເຈົ້ານັບແຕ່ປະສູດຈົນເຖິງປະລິນິພານ. ວັດນີ້ ຫຼືເອີ້ນອີກຢ່າງໜຶ່ງວ່າສວນວັດທະນະທຳຊຽງຄວນຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງໃກ້ຂົວມິດຕະພາບລາວ-ໄທ 1 ເຂດບ້ານຊຽງຄວນ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຫ່າງຈາກຕົວເມືອງມາຕາມຖະໜົນທ່າເດື່ອ 25 ກິໂລແມັດ ເຊິ່ງຖືວ່າເປັນອີກແຫຼ່ງທ່ອງທ່ຽວໜຶ່ງທີ່ຮູ້ຈັກກັນແຜ່ຫຼາຍ ໂດຍແຕ່ລະມື້ມີນັກທ່ອງທ່ຽວເຂົ້າທ່ຽວຊົມບໍ່ຂາດໄລຍະ. ວັດຊຽງຄວນກໍ່ສ້າງຂຶ້ນເມື່ອປີ 1962 ແລະສຳເລັດການກໍ່ສ້າງເມື່ອປີ 1971 ໂດຍການນຳພາກໍ່ສ້າງອອກແບບ ແລະລະດົມສັດທາຈາກພໍ່ຂາວ ບຸນເຫລືອສຸຣິຣັດ ຫລືຫລວງປູ່ ບຸນເຫລືອ ສຸຣິຣັດ ດ້ວຍເປົ້າໝາຍ ເພື່ອເປັນອຸທະຍານທີ່ມີຮູບປັ້ນເທວະຮູບຢັ່ງຢາຍໄຮ້ລະບຽບ 300 ອົງ ເຊິ່ງບັນດາຮູບປັ້ນທີ່ກໍ່ສ້າງຂຶ້ນລ້ວນແຕ່ປະສົມປະສານກັນຢ່າງລົງໂຕ ໂດຍສ່ອງແສງໃຫ້ເຫັນທັງສາສະໜາພຸດ, ຮິນດູ, ການປະສູດຕັດສະຮູ້ ແລະປະລິນິພານຂອງສົມເດັດ ພະສຳມາສຳ ພຸດທະເຈົ້າ, ຮູບປັ້ນທີ່ສ່ອງແສງໃຫ້ເຫັນພົມ, ເທບ, ບາບບຸນຄຸນໂທດ, ການເກີດແກ່ເຈັບຕາຍຂອງມະນຸດ, ບາງນິທານຂອງລາວ ແລະອິນເດຍ. ເມື່ອເຂົ້າໄປໃນສວນກໍມີຫລາຍຈຸດເດັ່ນໂດຍສະເພາະພະເທວະໄລແຕ່ລະປາງ ເຊິ່ງຜູ້ຂຽນບໍ່ສາມາດແນະນໍາໄດ້ໝົດໃນໜ້າໜັງສືພິມທີ່ຈຳກັດແບບນີ້, ແຕ່ຂໍອະນຸຍາດແນະນຳຈຸດເດັ່ນຂອງພະເທວະໄລບາງປາງເປັນຕົ້ນພະເທວະໄລປາງເຈົ້າຊາຍສີທັດຖະອອກບວດຕອນພະອົງມີພະຊົນມາຍຸ 29 ປີໂດຍການອອກບວດໃນເວລາເດິກດື່ນ ທ່ຽງຄືນ, ຂະນະທີ່ເຈົ້າຍິງພິມພາ ພະມະເຫສີ ແລະລາຫຸນ ພະກຸມມານ ພວມບັນທົມ. ພະເທວະໄລປາງພະສາສະດາສຳມາສຳພຸດທະເຈົ້າສະເດັດໄປຫ້າມຍາດໂດຍພາຍຫລັງຍິນຂ່າວ 2 ຕະກຸນຄືສາກະຍະວົງ ແລະໂກລິຍະວົງຜິດຖຽງກັນ ເລື່ອງຄອງເໝືອງ, ພະອົງຈຶ່ງສະເດັດໄປຫ້າມ ແລະ ນີ້ຄືທີ່ມາຂອງຄຳວ່າພະປາງຫ້າມຍາດ ເຊິ່ງໝາຍຄວາມວ່າຫ້າມຍາດພີ່ນ້ອງຜິດຂ້ອງຕ້ອງຖຽງກັນ ເຊິ່ງຈະນຳມາສູ່ຄວາມພິນາດຄວາມທຸກກາຍ ແລະໃຈ.

leftcenterrightdel
 
leftcenterrightdel
ວັດຊຽງຄວນ. ພາບ: todone2.blogspot.com.

ພະເທວະໄລປາງພະພຸດທະເຈົ້າປະລິນິພານ: ພາຍຫລັງສະເດັດສະແດງທຳມາເປັນເວລາ 45 ປີຄືແຕ່ອາຍຸ 35 ປີເຖິງ 80 ປີ, ພະອົງໄດ້ສະລະເລື່ອງສ່ວນໂຕທັງໝົດເພື່ອຄວາມສັນຕິສຸກຂອງໂລກຈົນເຖິງວັນຂຶ້ນ 15 ຄໍ່າເດືອນ 6 ພະສຳມາສຳພຸດທະເຈົ້າກໍດັບຂັນເຂົ້າສູ່ປະລິນິພານ. ຮູບປັ້ນນີ້ຖືວ່າໃຫຍ່ ແລະໂດດເດັ່ນທີ່ສຸດຢູ່ສວນແຫ່ງນີ້. ພະເທວະໄລປາງພະການ ຫຼືເອີ້ນກັນວ່ານາຮົກ ສະຫວັນ: ພະການມີໜ້າທີ່ຄວບຄຸມເວລາຂອງສັບພະສິ່ງໃນໂລກນີ້ໂດຍທຸກສິ່ງຢ່າງຕ້ອງເກີດຂຶ້ນຕັ້ງຢູ່ ແລະດັບໄປເຊິ່ງພະການນີ້ປະກອບມີ 3 ຊັ້ນຄືນາຮົກເທວາພິພົບ ແລະນາຄາພິພົບ. ທຸກສິ່ງມີເວລາໃນພົບພູມຕ່າງໆ ເມື່ອໝົດເວລາແລ້ວ ຕ້ອງຈຸດຕິໃນພົບພູມໃໝ່. ທັງຫລາຍແລນີ້, ການທີ່ພະການເປັນຜູ້ຄວບຄຸມເວລານັ້ນກໍເພື່ອຈະໃຫ້ຈຸດຕິໃນພົບພູມໃດ ເພື່ອສະເຫວີຍບຸນ ຫຼືບາບດົນປານໃດ? ຖ້າມະນຸດໃນພົບພູມນີ້ປະກອບຄວາມຊົ່ວ ຫຼືອະກຸສົນລະກຳໜັກເພື່ອໝົດເວລາແລ້ວ ກໍຕ້ອງໄດ້ລົງໄປຊົດໃຊ້ກຳໃນນາຮົກ (ນາຮົກຊັ້ນທີ 1), ແຕ່ຖ້າໃຜປະກອບກຸສົນລະກຳຫຼາຍມີຈິດໃຈເມດຕາກະລຸນາຖືສິນໃຫ້ທານເມື່ອໝົດເວລາແລ້ວຈະຈຸດຕິໃນພູມຂອງເທວະດາ (ສະຫວັນຊັ້ນທີ 2). ທັງປວງເຫລົ່ານີ້ສະຫລຸບຄວາມໄດ້ວ່າຖ້າໃຜປະກອບກຳດີແດ່ກຳຊົ່ວແດ່ປະປົນກັນໄປຫລັງຈາກໝົດເວລາແລ້ວຈະຕ້ອງໄດ້ເລືອກ 3 ງ່າຂອງຕົ້ນໄມ້ມະນີໂຄດຈຳລອງ ເພື່ອຈຸດຕິໃນພູມພົບແຕກຕ່າງກັນດັ່ງເຊັ່ນງ່າທີ 1 ຈຸດຕິໃນພູມຂອງສັດເດຍລະສານຄືໝູ, ໝາ, ປາ, ໄກ່ ແລະສັດອື່ນໆ, ງ່າທີ 2 ກັບມາເປັນມະນຸດອີກເທື່ອໜຶ່ງຫາກຍັງພໍມີບຸນວາດສະໜາ ແລະງ່າທີ 3 ຈະຂຶ້ນສະຫວັນ ຫລືຕົກນາຮົກກໍແລ້ວ ແຕ່ຂຶ້ນກັບປະກອບກຸສົນ ຫຼືອະກຸສົນໜັກ-ເບົາມາພຽງໃດ.

ຄວາມຈິງແລ້ວຍັງມີພະເທວະໄລຫຼາຍໆປາງທີ່ໜ້າສົນໃຈສຶກສາຄົ້ນຄວ້າ ແລະປັດຈຸບັນ, ວັດຊຽງຄວນ ຫລືສວນວັດທະນະທໍາຊຽງຄວນ ມີໂສມໜ້າໃໝ່ງົດງາມ ແລະໜ້າປະທັບໃຈຫລາຍເຊິ່ງເຫັນ ໄດ້ຈາກການກໍ່ສ້າງປະຕູໂຂງ ແລະກຳແພງອ້ອມສວນທີ່ເປັນເອກະລັກດ້ານວັດທະນະທຳ, ການປະຕິສັງຂອນພະພຸດທະຮູບ ແລະວັດຖຸບູຮານ ເພື່ອໃຫ້ຄົງຄວາມສວຍງາມຕາມສະພາບເດີມ, ການປັບປຸງ ແລະກໍ່ສ້າງເສັ້ນທາງພາຍໃນສວນ, ການກໍ່ສ້າງສວນສາທາລະນະ, ປູກຫຍ້າ ແລະ ຕົ້ນໄມ້ປະດັບ, ຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານອາຫານ, ເວທີສະແດງ, ຫ້ອງນໍ້າສະອາດ ແລະ ສະຖານທີ່ຈອດລົດກໍຄືສິ່ງອຳນວຍຄວາມສະດວກອື່ນໆ. ຢ່າລືມພາຄອບຄົວໝູ່ຄູ່ເພື່ອນ ມິດສະຫາຍທັງເປັນຄົນລາວ ແລະຕ່າງປະເທດໄປທ່ຽວໄປສຳຜັດມົນສະເໜຄວາມງົດງາມຂອງເຫລົ່າພຶກສາຍ່າງເລາະຊົມແຄມຂອງຍາມແລງຮັບຮອງວ່າກຸ້ມຄ່າຕໍ່ຊີວິດແນ່ນອນ.

ຂ່າວ: ຂປລ