ງານມະໂຫລານປີນີ້ໄດ້ຈັດຂຶ້ນດ້ວຍຈຸດປະສົງແນະນໍາສິລະປະອາຫານການກິນ ແລະບັນດາເຍື່ອງອາຫານທີ່ເຂັ້ມຂຸ້ນໄປດ້ວຍຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງແຕ່ລະເຂດ, ພາກເພື່ອແນໃສ່ເຊີດຊູ, ເສີມຂະຫຍາຍສິ່ງຍອດຍິ່ງຂອງວັດທະນະທໍາອາຫານການກິນ, ສ້າງກາລະໂອກາດໃຫ້ບັນດາພັດຕະຄານ,ໂຮງແຮມ, ກໍ່າປັ່ນທ່ອງທ່ຽວໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນນໍາກັນ, ຈາກນັ້ນຍົກສູງຄຸນນະພາບການບໍລິການ ແລະປະສິດທິຜົນໃນການດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວ.

leftcenterrightdel
ແຂກທ່ອງທ່ຽວຊີມເຫຼົ້າຊົນເຜົ່າ. ພາບ: vov.vn.

ງານມະໂຫລານອາຫານການກິນທົ່ວປະເທດ ປີ 2018 ແມ່ນເຫດການໄດ້ຈັດຂຶ້ນເພື່ອແນໃສ່ເພີ່ມທະວີການໂຄສະນາພາບພົດ,ເຄື່ອງໝາຍການຄ້າ, ການທ່ອງທ່ຽວຂອງແຂວງກວາງນິງ ເວົ້າສະເພາະ ແລະຫວຽດນາມເວົ້າລວມເຖິງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ. ນີ້ກໍ່ແມ່ນເຫດການດຶງດູດຄວາມສົນໃຈຈາກປະຊາຊົນ, ແຂກທ່ອງທ່ຽວມາທ່ຽວໃນປີທ່ອງທ່ຽວແຫ່ງຊາດ ປີ 2018.

ແຫຼ່ງຄັດຈາກ vovworld