ແຜນການໂຄສະນາພາບລັກຂອງ CNN ໄດ້ຮັບການຜັນຂະຫຍາຍນັບແຕ່ປີ 2017-2018 ແບ່ງອອກເປັນ 3 ໄລຍະ; ໃນນັ້ນໄລຍະທີ 3 ຕາມແຜນການເບື້ອງຕົ້ນຈະເລີ່ມແຕ່ວັນທີ 4 ຕຸລາ 2018 ແລະຈະແກ່ຍາວໄປຈົນເຖິງທ້າຍປີ 2018. “ເຖິງຢ່າງໃດກໍ່ຕາມຍ້ອນແຜນການລົງຄະແນນສຽງໃຫ້ແກ່ສະຖານທີ່ທ່ອງທ່ຽວຂອງ ຮ່າໂນ້ຍ ແມ່ນຂື້ນກັບອົງການທ່ອງທ່ຽວໂລກກຳລັງເປັນອົງການປຸກລະດົມ, ດັ່ງນັ້ນ CNN ໄດ້ຜັນຂະຫຍາຍໄວກວ່າກຳນົດໃນອາທິດທີ່ຜ່ານມາ, ໃນນັ້ນໄດ້ປັບປຸງເພີ່ມເຕີມຂໍ້ມູນຂ່າວສານກ່ຽວກັບການລົງຄະແນນສຽງແກ່ສະຖານທີ່ທ່ອງທ່ຽວຂອງຮ່າໂນ້ຍ”.

leftcenterrightdel
ໜອງເຕົ່ານະຄອນຫຼວງຮ່າໂນ້ຍ.

ກ່ຽວກັບແຜນການ-ການຮ່ວມມືກັບ CNN ນີ້, ທ່ານ ເຈີ່ນດຶກຫາຍ ໄດ້ໃຫ້ຮູ້ວ່າ: ຜູ້ຕາງໜ້າຂອງ CNN ໄດ້ເຂົ້າມາເຮັດວຽກກັບ ນະຄອນຮ່າໂນ້ຍ  ແລະໄດ້ສະເໜີແຜນການ-ການຮ່ວມມືໃນຊຸມປີຕໍ່ໜ້າ. ແຕ່ວ່ານີ້ກໍ່ເປັນພຽງແຕ່ການສະເໜີຂອງຄູ່ຮ່ວມມືເທົ່ານັ້ນ ແລະການຈະສືບຕໍ່ອີກຫຼືບໍ່ແມ່ນຈະເຮັດຕາມຂັ້ນຕອນ; ສະເໜີຂັ້ນນະຄອນ, ສະພາປະຊາຊົນນະຄອນເປັນຜູ້ພິຈາລະນາ.

ພະແນກທ່ອງທ່ຽວຮ່າໂນ້ຍ ໄດ້ໃຫ້ຮູ້ຕື່ມອີກວ່າ: ເຫັນໄດ້ການຮ່ວມມືກັບ CNN ແມ່ນບາດກ້າວອັນຖືກຕ້ອງເພື່ອການໂຄສະນາເຜີຍແຜ່ພາບລັກໄປທົ່ວໂລກ, ຮ່າໂນ້ຍຈະສືບຕໍ່ຮ່ວມມືກັບສະຖານນີໂທລະພາບ CNN ສາກົນຈັດຕັ້ງການໂຄສານາການທ່ອງທ່ຽວຂອງນະຄອນຫຼວງ ໄລຍະ 2019-2021.

ທ່ານ ເຈີ່ນດຶກຫ໋າຍ ຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ເປີດເຜີຍວ່າ: ປີ 2018 ຈະສູ້ຊົນໃນການຮັບນັກທ່ອງທ່ຽວໃຫ້ໄດ້ 25,4 ລ້ານເທື່ອຄົນ, ໃນນັ້ນ 5,5 ລ້ານຄົນແມ່ນນັກທ່ອງທ່ຽວຕ່າງປະເທດ.

ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ນັກທ່ອງທ່ຽວສາກົນ (ນັກທ່ອງທ່ຽວຕ່າງປະເທດ) ມາທ່ຽວ ຮ່າໂນ້ຍ ຈາກ 190 ປະເທດ, ໃນນັ້ນນັກທ່ອງທ່ຽວສ່ວນໃຫຍ່ມາຈາກບັນດາປະເທດທີ່ມີຄວາມສາມາດໃຊ້ຈ່າຍໄດ້ດີ ຄື: ບັນດາປະເທດເອີຣົບຕາເວັນຕົກ, ປະເທດອ໋ອດສະເຕເລຍ, ອາເມລິກາເໜືອ, ເອີຣົບຕາເວັນອອກ, ອາຊີຕາເວັນອອກສ່ຽງເໜືອ... ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຊົມແມ່ນເຂດປູນີຍະສະຖານ ຮວ່າງແທ່ງທັງລ໋ອງ, ເຂດປູນີຍະສະຖານວັດວາອາລາມ ເຮືອງເຊີນ, ວັນມ໋ຽວ-ກ໋ວກຕື້ຢ໋າມ, ບັນດາສະຖານທີ່ທ່ອງທ່ຽວຢູ່ ເມືອງບາວີ່, ໝູ່ບ້ານວັດທະນະທຳບັນດາເຜົ່າຫວຽດນາມ...

leftcenterrightdel
ຂົວເທຮຸ໋ກ.

ຕະຫຼາດນັກທ່ອງທ່ຽວທີ່ສຳຄັນທີ່ມາທ່ອງທ່ຽວຢູ່ຮ່າໂນ້ຍຍັງຄົງເປັນນັກທ່ອງທ່ຽວມາຈາກບັນດາປະເທດ ຄື: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ຝະລັງ, ອາເມລິກາ, ເຢຍລະມັນ, ໄທ, ມາເລເຊຍ, ສິງກາໂປ, ການາດາ... ໃນນັ້ນນັກທ່ອງທ່ຽວຊາວ ຈີນ, ສ.ເກົາຫຼີ ແລະຍີ່ປຸ່ນ ຍັງຄົງເປັນຕະຫຼາດນັກທ່ອງທ່ຽວອັນດັບຕົ້ນໆທີ່ມາທ່ຽວຮ່າໂນ້ຍ.

ເວົ້າສະເພາະແຜນການ-ການຮ່ວມມືກັບສະຖານີໂທລະພາບ CNN ສາກົນເພື່ອຈັດຕັ້ງປະຕິບັດການໂຄສະນາເຜີຍແຜ່ພາບລັກ ນະຄອນຫຼວງ, ອີງຕາມການນຳພະແນກທ່ອງທ່ຽວຮ່າໂນ້ຍ, ພະແນກ ໄດ້ເຮັດສຳເລັດບົດສະຫຼຸບລາຍງານຜົນການສຳຫຼວດ, ຜັນຂະຫຍາຍໂຄງການການໂຄສະນາເຜີຍແຜ່ການທ່ອງທ່ຽວ ຮ່າໂນ້ຍ ຢູ່ໜ້າເວບໄຊ ຂອງ CNN ປີ 2017 ແລະ ແຜນການ-ການຮ່ວມມື ປີ 2018.

ໂດຍ: ຍສໝ