ໃນລະຫວ່າງວັນທີ 1–2 ກັນຍາ, ຄະນະຄຸ້ມຄອງສຸສານ ໂຮ່ຈິມິນ ໄດ້ຕ້ອນຮັບແຂກເຂົ້າສຸສານອາໄລຫາປະທານ ໂຮ່ຈິມິນ 38.600 ກວ່າເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນ 1.133 ເທື່ອຄົນ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ

ຄະນະຄຸ້ມຄອງສຸສານປະທານ ໂຮ່ຈິມິນ ໄດ້ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນກັບບັນດາກຳລັງໃນກຸ່ມປູຊະນີຍະສະຖານປະຫວັດສາດ-ວັດທະນະທໍາບາດິ່ງ ແລະບັນດາອົງການທີ່ກ່ຽວຂ້ອງຂອງນະຄອນຮ່າໂນ້ຍ, ປະຕິບັດວຽກງານກະກຽມເປັນຢ່າງດີ; ບໍ່ໃຫ້ເກີດສະພາບລົດຕິດໃນການຈະລາຈອນ; ຈັດຕັ້ງການຕ້ອນຮັບ, ຮັບໃຊ້ພໍ່ແມ່ປະຊາຊົນ, ແຂກທ່ອງທ່ຽວສາກົນເຂົ້າສຸສານອາໄລຫາປະທານໂຮ່ຈິມິນ ແລະຢ້ຽມຢາມບັນດາປູຊະນີຍະສະຖານ, ກິດຈະກຳວັດທະນະທຳໃນບໍລິເວນຢ່າງຮອບຄອບຖີ່ຖ້ວນ, ປອດໄພ.

 

ໂດຍ: ຫງວຽນກຸກ