ໂຄງການນີ້, ເປັນໂຄງການທ່ອງທ່ຽວແບບອະນຸລັກແຫ່ງທຳອິດທີ່ຖືກຈັດຕັ້ງປະຕິບັດຢູ່ ສປປ ລາວ ເກີດຂຶ້ນຈາກຄວາມຮີບດ່ວນທີ່ຈະພັດທະນາຮູບແບບໃຫ້ມີຄວາມຍືນຍົງ. ຈຸດປະສົງສະເພາະຂອງໂຄງການທ່ອງທ່ຽວ ນໍ້າຮ້າ ແມ່ນເພື່ອພັດທະນາຮູບແບບການທ່ອງທ່ຽວແບບອະນຸລັກ ແລະການພັດທະນາທາງດ້ານເສດຖະກິດຄື: ຮັບປະກັນໃຫ້ວຽກງານການທ່ອງທ່ຽວປະກອບສ່ວນເຂົ້າໃນການອະນຸລັກມໍລະດົກທາງທຳມະຊາດ ແລະວັດທະນະທຳໃຫ້ປະຊາຊົນໃນທ້ອງຖິ່ນໄດ້ເຂົ້າຮ່ວມໃນການພັດທະນາຊົນນະບົດ, ຊ່ວຍເຫຼືອປະຊາຊົນໃນການສ້າງກິດຈະກຳທ່ອງທ່ຽວວັດທະນະທຳທັງໃນ ແລະຢູ່ເຂດອ້ອມຂ້າງປ່າສະຫງວນ. ປ່າສະຫງວນແຫ່ງຊາດ ນໍ້າຮ້າ ນອນຢູ່ໃນຂອບເຂດຊາຍແດນຂອງແຂວງຫຼວງນໍ້າທາ, ມີເນື້ອທີ່ປະມານ 222.400 ເຮັກຕາ, ກວມ 24% ຂອງເນື້ອທີ່ທົ່ວແຂວງ ຕິດກັບເນື້ອທີ່ທຸກເມືອງຂອງແຂວງຫຼວງນໍ້າທາ. ອັນດັບທີ 4 ຂອງປ່າສະຫງວນແຫ່ງຊາດໃນ ສປປ ລາວ ແລະອັນດັບ 4 ຂອງບັນດາປ່າສະຫງວນຢູ່ໃນພາກເໜືອຂອງອິນດູຈີນ. 

leftcenterrightdel
ພາບປະກອບ: ປ່າສະຫງວນແຫ່ງຊາດ ນ້ຳຮ້າ ມໍລະດົກທາງທຳມະຊາດຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຕັ້ງຢູ່ເຂດພູສູງຈາກລະດັບນໍ້າທະເລລະຫວ່າງ 540-2.094 ແມັດ, ເປັນພູທີ່ສູງທີ່ສຸດຂອງແຂວງຫຼວງນໍ້າທາ ແລະເປັນຈຸດໜຶ່ງທີ່ສູງທີ່ສຸດຢູ່ແຂວງພາກເໜືອໃນເຂດຕາເວັນອອກຂອງປ່າສະຫງວນບໍລິເວນຂອບເຂດເມືອງ ວຽງພູຄາ ພູມມີອາກາດຊຸ່ມຊື່ນ ແລະແຫ້ງແລ້ງແບບອາກາດຮ້ອນຊຸ່ມ. ຄາດວ່າ 32% ຂອງເນື້ອທີ່ປ່າສະຫງວນຍັງເປັນປ່າດົງດິບ ແລະບໍ່ທັນຖືກລົບກວນທັງສາຍນໍ້າຫ້າ ແລະນໍ້າກົງໄຫຼອອກຈາກເຂດໃຈກາງ ເຊິ່ງເປັນສ່ວນສຳຄັນຂອງແຫຼ່ງນໍ້າທີ່ຫຼໍ່ລ້ຽງຊີວິດຂອງປະຊາຊົນບັນດາເຜົ່າຊາວແຂວງຫຼວງນໍ້າທາ. ສຳລັບຂົງເຂດປ່າໄມ້ເຂດຮ້ອນເປັນຂົງເຂດທີ່ມີຄວາມຫຼາກຫຼາຍຂອງຕະກຸນນົກເຖິງ 288 ສາຍພັນເປັນຕົ້ນ: ນົກເຕັນ, ນົກແກ້ວຫາງກຸ້ມ ແລະມີໄກ່ຂວານິນ ເຊິ່ງເປັນປະຊາກອນນົກທີ່ມີຄວາມສຳຄັນລະດັບຊາດ ແລະຖືກບັນທຶກເປັນສະຖານທີ່ທຳອິດທີ່ໄດ້ຄ້ົນພົບນົກໄຊຫົວໄຟເອິກຂຽວຢູ່ໃນ ສປປ ລາວ.

ເນື້ອທີ່ປ່າສະຫງວນແຫ່ງຊາດ ນໍ້າຫ້າ ມີເຂດແດນຕິດຈອດກັບເນື້ອທີ່ປ່າສະຫງວນນໍ້າກ່ານ ແຂວງບ່ໍແກ້ວ ແລະຕິດກັບປ່າສະຫງວນຊາງຢອງ ແຂວງຢຸນນານ ສປ ຈີນ. ຢູ່ເຂດຫົວນໍ້າກົງ ຍັງມີປະຊາກອນຊ້າງປ່າຈຳນວນໜຶ່ງອາໄສຢູ່ ເຊິ່ງໄດ້ອົບພະຍົບໄປ-ມາຂ້າມຊາຍ ແດນລະຫວ່າງປ່າສະຫງວນແຫ່ງຊາດນໍ້າຮ້າ ແລະປ່າສະຫງວນ ຊາງຢອງ ເປັນປະຈຳ. ໃນປ່າ ສະຫງວນແຫ່ງຊາດນໍ້າຫ້າ ມີສັດທີ່ລ້ຽງລູກດ້ວຍນໍ້ານົມຈຳນວນ 38 ສາຍພັນ ແລະສັດປ່າທີ່ຫາຍາກເຊິ່ງໃກ້ຈະສູນພັນຈຳນວນ 22 ສາຍພັນໃນນັ້ນ, ມີເສືອລາຍເມກ ແລະເສືອໂຄ່ງທີ່ເປັນສັດປ່າຫາຍາກໃກ້ຈະສູນພັນລະດັບໂລກ. ນອກນັ້ນ, ຍັງມີງົວກະທິງ ແລະຊ້າງອາຊີນຳອີກ. ການສຳຫຼວດໄດ້ຢືນຢັນວ່າ: ມີທະນີແຂ້ວດຳໜຶ່ງໃນສັດປ່າຫາຍາກທີ່ສຸດເຄີຍປາກົດເຫັນຢູ່ເຂດປ່າດົງຕຶບໜາຂອງເມືອງນາແລ, ເມືອງວຽງພູຄາ ແລະເມືອງລອງ. ປ່າສະຫງວນແຫ່ງຊາດ ນໍ້າຮ້າ ມີຄວາມສຳຄັນທາງດ້ານຊີວະນາໆພັນໃນລະດັບພາກພື້ນດັ່ງນັ້ນ, ຈຶ່ງຖືກຮັບຮອງເອົາເປັນມໍລະດົກທາງທຳມະຊາດຂອງອາຊຽນ ໃນປີ 2003.

 

ໂດຍ: ບຸນທະວີ ອິນທະມິດ