ທ່າມກາງທໍາມະຊາດທີ່ປອດໂປ່ງ, ສະຫງົບງຽບ, ພ້ອມກັບທະເລທີ່ກວ້າງໃຫຍ່ໄພສານ, ນັກທ່ອງທ່ຽວຈະຮູ້ສຶກສະຫວາດສະເຫວີຍເມື່ອໄດ້ມາພັກຜ່ອນບຳລຸງສຸຂະພາບຢູ່ທີ່ນີ້, Vinpearl Ha Long Bay ແມ່ນເຂດພັກຜ່ອນບຳລຸງສຸຂະພາບທີ່ສວຍງາມ, ສ້າງຄວາມເບີກບານມ່ວນຊື່ນຕື່ມອີກໃຫ້ແກ່ນັກທ່ອງທ່ຽວເມື່ອມາຄົ້ນຫາອ່າວ ຮ້າລອງ, ສິ່ງມະຫັດສະຈັນທໍາມະຊາດຂອງໂລກ.

leftcenterrightdel
Vinpearl Ha Long Bay Resort  ຫ້າດາວພົ້ນເດັ່ນເທິງໜ້ານໍ້າທະເລສີຟ້າປຽບໝືອນຫໍຜາສາດທີ່ສວຍງາມ. ພາບ:  ມິງເຈື່ອງ.
leftcenterrightdel
ລະບົບສະລອຍນໍ້າພ້ອມກັບບັນດາເຂດລະຫຼີ້ນບັນເທິງກາງແຈ້ງດ້ວຍສີຂຽວຂອງທົ່ງຫຍ້າ ແລະກິ່ນຫອມຫວນຂອງດອກໄມ້. ພາບ:  ມິງເຈື່ອງ.
leftcenterrightdel
ຄວາມເບີກບານມ່ວນຊື່ນຂອງເດັກນ້ອຍໃນຊຸມວັນພັກແລ້ງຢູ່ Vinpearl Ha Long Bay Resort. ພາບ:  ມິງເຈື່ອງ.

ແປໂດຍ: ທູຈາງ