leftcenterrightdel
 
leftcenterrightdel
 
leftcenterrightdel
ມູມໜຶ່ງຂອງນໍ້າຕົກຕາດຄອນພະເພັງ. ພາບ: vietnamplus.vn.

ຄອນພະເພັງເປັນນໍ້າຕົກຕາດທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້  ເຊິ່ງໃນລະດູຝົນຂອງທຸກໆປີ ຄອນພະເພັງ ຈະມີປະລິມານນໍ້າຫຼາຍ, ກະແສນໍ້າໄຫຼແຮງຄົດຄ້ຽວ ແລະຄອນພະເພັງ ເຕັມໄປດ້ວຍໂງ່ນຫີນທີ່ຢັ່ງຢາຍກັນໄປປະກອບກັບຮູບພາບການຫາປາຂອງຊາວປະມົງຢູ່ແຖວນີ້ກາຍເປັນພາບບັນຍາກາດອັນໜ້າຕິດຕາຕຶງໃຈຫຼາຍ.

leftcenterrightdel
 
leftcenterrightdel
ນ້ຳຕົກຕາດຄອນພະເພັງ “ໄຂ່ມຸກແຫ່ງແມ່ນໍ້າຂອງ”. ພາບ: thethaovanhoa.vn.

ຄອນພະເພັງ ຕັ້ງຢູ່ເຂດບ້ານທ່າຄູ້ ເຊິ່ງຫ່າງຈາກເທດສະບານເມືອງໂຂງໄປປະມານ 148 ກິໂລແມັດ ມີສິ່ງຮອງຮັບດ້ວຍການບໍລິການຫຼາຍຢ່າງເປັນຕົ້ນແມ່ນສະຖານທີ່ຈອດລົດ, ຫ້ອງນໍ້າ, ບ່ອນຊົມວິວ, ຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານອາຫານດ້ວຍລາຍການອາຫານທີ່ປຸງແຕ່ງສົດໆຈາກທໍາມະຊາດນາໆຊະນິດຮັບຮອງວ່າທ່ານໃດທີ່ເຄີຍໄດ້ໄປແລ້ວຕ້ອງຢາກກັບໄປທ່ຽວສະຖານທີ່ແຫ່ງນີ້ອີກ.

 

ແປໂດຍ: ຮວ່າງເຈື່ອງ