ກຸ່ມສີ່ພັນດອນ ໄດ້ກໍາເນີດເກີດຂຶ້ນແບບທໍາມະຊາດໂດຍກະແສແມ່ນໍ້າຂອງ ຖືກແບ່ງອອກເປັນສອງແລວນໍ້າຕົກທີ່ໃຫຍ່ໂຕມະໂຫຖານທ່ີມີຄວາມຍາວນັບຫຼາຍສິບກິໂລແມັດ ນັ້ນແມ່ນຄອນພະເພັງ ແລະສົມພະມິດ ຂວາງກັ້ນກະແສນ້ຳໄວ້, ສ້າງເປັນເຂດຖ້ວມທີ່ກວ້າງໃຫຍ່ໄພສານດ້ວຍຫຼາຍພັນເກາະດອນທັງນ້ອຍ ແລະໃຫຍ່. ຍ້ອນ ສີ່ພັນດອນ ຕັ້ງຢູ່ເຂດຫ່າງໄກສອກຫຼີກ, ການຈະລາຈອນໄປມາບໍ່ສະດວກ, ໝູ່ເກາະ ສີ່ພັນດອນ ມາຮອດປັດຈຸບັນຍັງຄົງຮັກສາຄວາມງາມແບບປະຖົມປະຖານໄວ້ ແລະເຕັມໄປດ້ວຍຄວາມປະທັບໃຈ, ກາຍເປັນໜຶ່ງໃນບັນດາສະຖານທີ່ບໍ່ຄວນພາດໂອກາດໃນການເດີນທາງທ່ຽວຊົມປະເທດລ້ານຊ້າງ ຂອງແຂກທ່ອງທ່ຽວທີ່ມັກຮັກທໍາມະຊາດ ແລະ ນິຍົມຄົ້ນຫາ.

leftcenterrightdel
ນ້ຳຕົກຕາດ ສົມພະມິດ (ແຂວງຈໍາປາສັກ). ພາບ: laogov.gov.la

ເຖິງວ່າມີເຖິງ 4.000  ດອນກໍ່ຕາມ, ແຕ່ວ່າ, ປັດຈຸບັນມີພຽງ 3 ດອນແມ່ນ: ດອນໂຂງ, ດອນຄອນ ແລະດອນເດດ ແມ່ນມີເງື່ອນໄຂຄົບຖ້ວນເພື່ອໃຫ້ແຂກທ່ອງທ່ຽວມາອາໄສຢູ່. ແຂກທ່ອງທ່ຽວເກືອບທັງໝົດມານີ້ລ້ວນແຕ່ໃຫ້ຂໍ້ສັງເກດວ່າ ສີ່ພັນດອນ ເປັນສະຖານທີ່ສວຍງາມທີ່ສຸດ, ປະຊາຊົນສະຫງຽມຄ່ຽມຄົມ ແລະສະໜິດສະໜົມ. ສໍາລັບແຂກທ່ອງທ່ຽວມັກຄົ້ນຫາ, ເຂົາເຈົ້າສາມາດເຊົ່າລົດຈັກ, ລົດຖີບ ເພື່ອເຂົ້າຢ້ຽມຢາມໝູ່ບ້ານ, ຢ້ຽມຢາມນໍ້າຕົກຕາດ ຄອນພະເພັງ ແລະສົມພະມິດ ທີ່ໃຫຍ່ໂຕມະໂຫຖານ, ເບິ່ງຮ່ອງຮອຍປະຫວັດສາດທ່າກຳປັ່ນ ແລະ ຂົວຂ້າມແມ່ນ້ຳຂອງແຫ່ງທຳອິດຂອງ ສປປ ລາວຢູ່ ບ້ານດອນເດດ-ດອນຄອນ...

leftcenterrightdel
ນໍ້າຕົກຕາດ ຄອນພະເພັງ (ແຂວງ ຈໍາປາສັກ).

ຄຽງຂ້າງນັ້ນ, ມີການເຄື່ອນໄຫວເຊິ່ງແຂກທ່ອງທ່ຽວເກືອບທັງໝົດລ້ວນແຕ່ບໍ່ຄວນພາດໂອກາດເມື່ອມາຢ້ຽມຢາມ ສີ່ພັນດອນ, ນັ້ນແມ່ນທ່ຽວຊົມ ປາໂລມານໍ້າຈືດ  Irrawaddy. ດ້ວຍ 4.000 ດອນ ແລະສອງນໍ້າຕົກຕາດທີ່ໃຫຍ່ໂຕມະໂຫຖານທີ່ສຸດຂອງອາຊຽນ, ທັດສະນີຍະພາບທີ່ສະຫງົບສຸກ, ຜູ້ຄົນສະໜິດສະໜົມ ແລະຮັກແຂກແພງຄົນ, ໃນຊຸມປີຜ່ານມາ, ສີ່ພັນດອນ ໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ ເຊິ່ງແຂກທ່ອງທ່ຽວຕາເວັນຕົກມາທ່ຽວຫຼາຍທີ່ສຸດ, ພິເສດແມ່ນສໍາລັບຜູ້ທີ່ນິຍົມຄົ້ນຫາ ແລະຊອກຮູ້ວັດທະນະທໍາທ້ອງຖິ່ນ.

 

ແປໂດຍ: ຮວ່າງເຈື່ອງ