ການເຄື່ອນໄຫວສະເຫຼີມສະຫຼອງ 1050 ປີແຫ່ງວັນສ້າງຕັ້ງລັດ ດ້າຍໂກຫວຽດ
ກປ.ອອນໄລ - ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 1050 ປີແຫ່ງວັນສ້າງຕັ້ງລັດ ດ້າຍໂກຫວຽດ (968-2018), ແຂວງ ນິງບິ່ງ ໄດ້ຈັດຕັ້ງການເຄື່ອນໄຫວດ້ານການເມືອງ, ວັດທະນະທໍາ, ກິລາທີ່ແທດຈິງ ແລະມີຄວາມໝາຍຫຼາຍຢ່າງເພື່ອຂໍ່ານັບຮັບຕ້ອນງານບຸນໃຫຍ່.
ເນື້ອໃນຈຸດສຸມຂອງບັນດາການເຄື່ອນໄຫວແມ່ນພິທີສະເຫຼີມສະຫຼອງ 1050 ປີແຫ່ງວັນສ້າງຕັ້ງລັດ ດ້າຍໂກຫວຽດ ແລະໄຂງານບຸນ ຮວາລື ປີ 2018 (ແຕ່ວັນທີ 24-27 ເມສາ) ດ້ວຍຫົວຂໍ້ “ໄລຍະທາງ 1050 ປີແຫ່ງການສ້າງຕັ້ງລັດ ດ້າຍໂກຫວຽດ ໃນກະແສປະຫວັດສາດຂອງຊາດ”.
|
|
ການເຄື່ອນໄຫວສະເຫຼີມສະຫຼອງ 1050 ປີແຫ່ງວັນສ້າງຕັ້ງລັດ ດ້າຍໂກຫວຽດ. ພາບ: nbtv.vn. |
ພ້ອມກັນນັ້ນ, ແຂວງ ນິງບິ່ງ ກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທໍາ, ກິລາ ແລະງານບຸນທີ່ເປັນເອກະລັກສະເພາະໃນເດືອນ ເມສາ ຄື: ການພົບປະແລກປ່ຽນສະແດງສິລະປະລະຫວ່າງບັນດາເຂດກຸງເກົ່າກັບນະຄອນ Asan (ສ.ເກົາຫຼີ), ແຂວງ ອຸດົມໄຊ (ສປປ ລາວ), ແຂວງ ບາກລຽວ, ກ່າເມົາ, ຕວຽນກວາງ ແລະບາງແຂວງແຮກສ່ຽວກັບແຂວງ ນິງບິ່ງ; ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ “ບົດບາດຂອງລັດ ດ້າຍໂກຫວຽດ ໃນວິວັດທະນາການປະຫວັດສາດຂອງຊາດ”; ກອງປະຊຸມສໍາມະນາວິທະຍາສາດການທ່ອງທ່ຽວພາຍໃຕ້ຫົວຂໍ້ “ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກໂລກກຸ່ມປູຊະນີຍະສະຖານ ຈ່າງອານ ຕິດພັນກັບການພັດທະນາການທ່ອງທ່ຽວ ນິງບິ່ງ”... ເປັນຄັ້ງທໍາອິດແຂວງ ນິງບິ່ງ ຈະຈັດຕັ້ງສັບປະດາການທ່ອງທ່ຽວ ນິງບິ່ງ ປີ 2018 ດ້ວຍຫົວຂໍ້ “ສີສັນ ຕາມກົກ-ຈ່າງອານ”.
ການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 1050 ປີແຫ່ງວັນສ້າງຕັ້ງລັດ ດ້າຍໂກຫວຽດ ແລະງານບຸນ ຮວາລື ປີ 2018 ຈະປະກອບສ່ວນຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈແຈ້ງກ່ຽວກັບທີ່ຕັ້ງ, ບົດບາດ ແລະຄຸນຄ່າປະຫວັດສາດອັນໃຫຍ່ຫຼວງຂອງລັດ ດ້າຍໂກຫວຽດ.
ແປໂດຍ: ຮວ່າງເຈື່ອງ