ເພື່ອຂຶ້ນຈອມພູໃຫ້ໄດ້, ແຂກທ່ອງທ່ຽວຕ້ອງຂີ່ລົດໃຫຍ່ຈາກຕີນພູ ບາວີ່, ໄປລຽບຕາມຄ້ອຍພູທີ່ລະອິດລະອ້ຽວຜ່ານໄລຍະທາງຍາວ 12 ກິໂລແມັດ ແລະຕ້ອງຂຶ້ນຂັ້ນໄດຫີນ  1.320 ຂັ້ນ, ດ້ວຍການອອກແບບທີ່ເໝາະສົມກັບພູມີປະເທດ.  ເມື່ອຂຶ້ນຮອດຈອມພູ ວົວ, ແຂກທ່ອງທ່ຽວຈະຮູ້ສຶກຄືວ່າພວມຫຼົງທາງເຂົ້າດິນແດນແຫ່ງສັກກາລະບູຊາ, ຍ້ອນໄດ້ຂ້າມຜ່ານຜືນປ່າດົງດິບ. ຄົ້ນຫາພູ ວົວ, ແຂກທ່ອງທ່ຽວຈະຮູ້ສຶກມີຄວາມຈັບອົກຈັບໃຈ, ຍ້ອນທັດສະນີຍະພາບທໍາມະຊາດທີ່ສວຍງາມຈາກປ່າດົງກວ້າງໃຫຍ່ຕຶບໜາ, ພູສູງ, ຕະຫຼອດຮອດແສງແດດ, ສາຍລົມ...

leftcenterrightdel
                          ຂ້າມປ່າໄມ້ທ່າມກາງແສງແດດ. ພາບ: ມີງເຫວ້.
leftcenterrightdel
  ແຂກທ່ອງທ່ຽວຢູ່ຂ້າງທາດ ບ໋າວທຽນ 13 ຊັ້ນ, ສູງ 26,9 ແມັດ ເທິງຈອມພູ ວົວ. ພາບ: ມີງເຫວ້.
leftcenterrightdel
                       ຍາດເວລາຖ່າຍຮູບພາບທີ່ສວຍງາມ. ພາບ: ມີງເຫວ້.

ແປໂດຍ: ຫງວຽນກຸກ