ເມື່ອມາຢ້ຽມຢາມນະຄອນ ຟານຣາງ-ທາດຈາມ, ຫາຍາກທີ່ຈະມີນັກທ່ອງທ່ຽວຄົນໃດພາດໂອກາດໄປສະຖານທີ່ທ່ອງທ່ຽວ-ວັດທະນະທໍາທີ່ເປັນເອກະລັກສະເພາະ, ຈັບອົກຈັບໃຈ ແລະເປັນຄວາມເອກອ້າງທະນົງໃຈຂອງຊົນເຜົ່າຈໍາ ຢູ່ແຂວງ ນິງຖ້ວນ, ນັ້ນແມ່ນກຸ່ມທາດ Po Klong Garai ເຊິ່ງຕັ້ງຢູ່ຈອມພູ ເຈົ່າ, ຕາແສງ ໂດວີງ. ກຸ່ມທາດ Po Klong Garai ລວມມີ 3 ທາດແມ່ນ: ທາດໃຫຍ່ບູຊາຮູບປັ້ນຂອງເຈົ້າຊີວິດ Po Klong Garai (1151-1205); ທາດປະຕູໂຂງຢູ່ທິດຕາເວັນອອກ; ທາດເທວະດາໄຟຕັ້ງຢູ່ໄປທາງທິດໃຕ້. ດ້ວຍບັນດາຄຸນຄ່າສິລະປະທີ່ໂດດເດັ່ນກ່ຽວກັບສະຖາປັດຕະຍະກໍາໃນການກໍ່ສ້າງ ແລະຄວັດແກະສະຫຼັກທີ່ເຕັມໄປດ້ວຍວັດທະນະທໍາຂອງຊົນເຜົ່າຈໍາ, ກຸ່ມທາດ Po Klong Garai ໄດ້ຮັບການຈັດອັນດັບມໍລະດົກປະຫວັດສາດວັດທະນະທໍາລະດັບຊາດນັບແຕ່ປີ 1979.

leftcenterrightdel
ກຸ່ມທາດ Po Klong Garai. ພາບ: ຮວ່າງດຶກ
leftcenterrightdel
ນັກທ່ອງທ່ຽວຢ້ຽມຊົມທາດ Po Klong Garai. ພາບ: ຮວ່າງດຶກ
leftcenterrightdel
ນັກເຕັ້ນລໍາ ຊາວເຜົ່າຈໍາ ສະແດງວາດຟ້ອນທີ່ເປັນມູນເຊື້ອຂອງຊາວເຜົ່າຕົນຢູ່ໃຕ້ຕີນທາດ Po Klong Garai. ພາບ: ຮວ່າງດຶກ

ເມື່ອມາຢ້ຽມຊົມທາດ Po Klong Garai, ນັກທ່ອງທ່ຽວມີໂອກາດໄດ້ຊອກຮູ້, ຄົ້ນຫາບັນດາຈຸດລຶກລັບຂອງພື້ນຖານວັດທະນະທໍາຂອງຊົນເຜົ່າ ຈໍາ ທີ່ຍັງຄົງຮັກສາໄວ້ມາຮອດປັດຈຸບັນ.

 

ແປໂດຍ: ທູຈາງ