ໂດຍນອນຢູ່ຄຽງຂ້າງແມ່ນໍ້າຂອງ, ວຽງຈັນ ກາຍເປັນນະຄອນຫຼວງຂອງລາວນັບແຕ່ປີ 1563 ໃນລາຊະວົງເຈົ້າຊີວິດ ເສດຖາທິຣາດ, ຜ່ານການພັດທະນາມາເປັນເວລາຫຼາຍຮ້ອຍຮ້ອຍປີ, ແຕ່ນະຄອນຫຼວງວຽງຈັນ ຍັງຄົງຮັກສາຄວາມສະຫງົບສຸກຄຽງຂ້າງບັນດາສວນສາທາລະນະທີ່ເຕັມໄປດ້ວຍຕົ້ນໄມ້ຂຽວອຸ່ມທຸ່ມ, ບັນດາເສັ້ນທາງ, ວັດວາອາຮາມໃຕ້ຮົ່ມໄມ້ເຢັນ.

ບົນເສັ້ນທາງຫຼວງ ລ້ານຊ້າງ, ເສັ້ນທາງໃຫຍ່ທີ່ສຸດຢູ່ນະຄອນຫຼວງວຽງຈັນ ແມ່ນ ປະຕູໄຊ, ເຊິ່ງແມ່ນສັນຍາລັກຂອງນະຄອນສະຫງົບສຸກນີ້, ໂດຍໄດ້ຮັບການກໍ່ສ້າງໃນປີ 1958, ດ້ວຍສະຖາປັດຕະຍະກໍາພາຍນອກໄດ້ຮັບການອອກແບບຄ້າຍຄືກັບ ປະຕູໄຊ ຂອງນະຄອນຫຼວງ ປາຣີ. ຢູ່ພາຍໃນຂອງປະຕູໄຊ ແມ່ນບັນດາພາບຄວັດສະຫຼັກທີ່ເປັນສັນຍາລັກຂອງປະເທດລາວ. ເມື່ອຂຶ້ນຂັ້ນໄດແຕ່ລະຂັ້ນເຖິງຈຸດຍອດ, ເພື່ອນສາມາດຊົມເຫັນສັນຍາລັກແຫ່ງພຸດທະສາສະໜາ ແລະຮູບພາບທົ່ວນະຄອນວຽງຈັນ.

leftcenterrightdel
ປະຕູໄຊ ເປັນສັນຍາລັກຂອງນະຄອນຫຼວງວຽງຈັນ. ພາບ: timeoutvietnam.vn

ຫ່າງຈາກ ປະຕູໄຊ ປະມານ 2 ກິໂລແມັດ ແມ່ນ ພະທາດຫຼວງ, ມໍລະດົກວັດທະນະທໍາຂອງໂລກທັງແມ່ນສັນຍາລັກຂອງປະເທດລາວ. ກິດຈະກໍານີ້ໄດ້ຮັບການກໍ່ສ້າງນັບແຕ່ປີ 1566. ນີ້ແມ່ນພະທາດແຫ່ງສວຍງາມທີ່ສຸດ ແລະໃຫຍ່ສຸດຢູ່ ສປປ ລາວ. ພາຍນອກພະທາດໄດ້ຟອກຄໍາພາໃຫ້ຜູ້ຊົມຮູ້ສຶກປະເອີບໃຈ.

leftcenterrightdel
ພະທາດຫຼວງ ເປັນສັນຍາລັກຂອງວັດທະນະທໍາ ແລະສາສະໜາແຫ່ງປະເທດລາວ. ພາບ: timeoutvietnam.vn

ລາວແມ່ນປະເທດ ຖືສາສະໜາພຸດ ແລະມີວັດວາອາຮາມປະມານ 1.600 ແຫ່ງ, ສະເພາະນະຄອນຫຼວງວຽງຈັນ ໄດ້ມີວັດວາອາຮາມ ນັບຫຼາຍຮ້ອຍແຫ່ງ. ເມື່ອມາວຽງຈັນ ແມ່ນມາຍັງນະຄອນແຫ່ງວັດວາອາຮາມ. ວັດແຕ່ລະແຫ່ງກໍ່ມີຄວາມງາມສະເພາະ ແລະມີຄວາມສະຫງົບສຸກ. ແຕ່ມີວັດປະເສີດສອງແຫ່ງທີ່ເພື່ອນຄວນມາຢ້ຽມຢາມ, ນັ້ນແມ່ນ ຫໍພະແກ້ວ ແລະວັດສີສະເກດ.

ຫໍພະແກ້ວ ແມ່ນວັດເກົ່າແກ່ທີ່ສຸດ ແລະສໍາຄັນທີ່ສຸດຂອງລາວ. ຫໍພະແກ້ວ ນີ້ໂດຍເຈົ້າຊີວິດ ເສດຖາທິຣາດ ກໍ່ສ້າງເມື່ອປີ 1565 ເພື່ອປ້ອງກັນພະພຸດທະຮູບດ້ວຍເພັດ  ແລະເປັນແຫ່ງພາວະນາໃຫ້ພະບໍລົມວົງສານຸວົງ. ປັດຈຸບັນ, ຫໍພະແກ້ວ ຍັງຮັກສາຂອງປະເສີດທີ່ມີມາແຕ່ບູຮານຂອງພະບໍລົມວົງສານຸວົງລາວ ແລະປັດຈຸບັນຍັງເອີ້ນວ່າຫໍພະບໍລົມວົງສານຸວົງ.

leftcenterrightdel
ຫໍພະແກ້ວ ແມ່ນວັດທີ່ເກົ່າແກ່ ແລະສໍາຄັນທີ່ສຸດຢູ່ລາວ. ພາບ: timeoutvietnam.vn

ວັດ ສີສະເກດ ນອນຢູ່ຖະໜົນ ເສດຖາທິຣາດ, ໄດ້ຮັບການກໍ່ສ້າງແຕ່ປີ 1818 ໃນລາຊະວົງ ເຈົ້າອະນຸວົງ. ວັດສັກສິດແຫ່ງນີ້ຍັງໄດ້ຮັບຖືວ່າແມ່ນຫໍພິພິທະພັນແຫ່ງຊາດທີ່ຍິ່ງໃຫຍ່, ຍ້ອນສະຖານທີ່ແຫ່ງນີ້ຍັງຮັກສາຮູບປັ້ນໃຫຍ່ນ້ອຍອັນລໍ້າຄ່າ  6.840 ຮູບ.

leftcenterrightdel
ວັດ ສີສະເກດ ຫຼືເອີ້ນວ່າຫໍພິພິທະພັນດ້ວຍພະພຸດທະຮູບອັນປະເສີດນັບພັນຮູບ. ພາບ: timeoutvietnam.vn

ພາຍຫຼັງຢ້ຽມຢາມບັນດາວັດວາອາຮາມ, ເພື່ອນສາມາດໄປທ່ຽວ ວັດຊຽງຄວນ, ທີ່ຫ່າງຈາກນະຄອນຫຼວງ ວຽງຈັນ ໄປທິດຕາເວັນຕົກສ່ຽງໃຕ້ປະມານ 25 ກິໂລແມັດ ດ້ວຍລົດຕຸກໆ. ວັດຊຽງຄວນ ແມ່ນສະຖານທີ່ເປັນເອກະລັກສະເພາະທີ່ສຸດ, ດ້ວຍບໍລິເວນກວ້າງຂວາງຢູ່ທີ່ນີ້ມີພະພຸດທະຮູບເປັນເບຕົງນັບຮ້ອບຮູບດ້ວຍມີຮູບຊົງແຕກຕ່າງກັນ.

leftcenterrightdel
ວັດຊຽງຄວນ ຢູ່ລາວ. ພາບ: baoxaydung.com.vn
leftcenterrightdel
ມະຫາວິທະຍາໄລສົງ ຢູ່ວຽງຈັນ. ພາບ: timeoutvietnam.vn
leftcenterrightdel
ທັດສະນີຍະພາບສະຫງົບສຸກ ຢູ່ວັດວາອາຮາມໃນນະຄອນ. ພາບ: timeoutvietnam.vn

ແປໂດຍ: ທູຈາງ